ປະທານສະພາແຫ່ງຊາດຫວຽດນາມໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງລາວ

ປະທານສະພາແຫ່ງຊາດຫວຽດນາມໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງລາວ - ảnh 1
(ພາບປະກອບ)

(vovworld) - ຕອນ​ບ່າຍ​ວັນ​ທີ 30/8, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ​ຫວຽດນາມ​ໄດ້​ຕ້ອນຮັບ​ທ່ານ ​ໄຊ​ສົມ​ພອນ ພົມວິຫານ, ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ທີ່​ນຳ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ​ໄດ້​ຕີ​ລາຄາ​ສູງ​ບົດບາດ​ຂອງ​ແນວ​ລາວ​ສ້າງ​ຊາດ​ໃນ​ລະບົບ​ການ​ເມືອງ​ຂອງ ລາວ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຢ່າງ​ຕັ້ງໜ້າ​ລະຫວ່າງ​ສອງ​ອົງການ​ແນວ​ໂຮມ​ໃນ​ໄລຍະ​ຜ່ານ​ມາ, ​ເຊິ່ງ​ໄດ້​ປະກອບສ່ວນ​ປັບປຸງ, ພັດທະນາ​ຄວາມ​ສາມັກຄີ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ແບບ​ພິ​ເສດ ຫວຽດນາມ - ລາວ. ພ້ອມ​ທັງ​ອວຍພອນ​ກອງ​ປະຊຸມ​ໃຫຍ່​ແນວລາວ​ສ້າງ​ຊາດ​ຄັ້ງ​ທີ X ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ; ຫວັງ​ວ່າ​ໃນ​ຖານະ​ຕຳ​ແໜ່​ງ​ເປັນ​ປະທານ​ແນວ​ລາວ​ສ້າງ​ຊາດ, ທ່ານ​ໄຊ​ສົມ​ພອນ ພົນ​ວິຫານ​ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ຜົນງານ​ທີ່​ບັນລຸ​ໄດ້, ພ້ອມ​ທັງ​ມີ​ຫົວຄິດ​ປະດິດ​ສ້າງ, ມີ​ປະສິດທິ​ຜົນ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ອັນ​ໃຫຍ່​ຫຼວງ​ເຊິ່ງພັກ, ລັດ​ລາວ​ຍາດ​ມາ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານນາງ ຫງວຽນ​ທິກິມ​ເງິນ ປະທານ​ສະພາ​ແຫ່ງ​ຊາດ ​ຫວຽດນາມ ຢືນຢັນ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ສຸມ​ໃສ່​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ລະຫວ່າງ​ສອງ​ສະພາ​ແຫ່ງ​ຊາດ​ເຊັ່ນ: ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ແລກປ່ຽນ​ບົດ​ຮຽນ​ລະຫວ່າງ​ສະພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ຫວຽດນາມ ​ແລະ ລາວ.

 

 

 

ຂ່າວ/ບົດ​ອື່ນ