ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນຮັບຫຼຽນໄຊ “ຕາເວັນອອກ”

ປະທານສະມາຄົມມິດຕະພາບຫວຽດນາມ - ຍີ່ປຸ່ນຮັບຫຼຽນໄຊ “ຕາເວັນອອກ” - ảnh 1
ມອບ​ຫຼຽນ​ໄຊ “ຕາ​ເວັນ​ອອກ” ​ໃຫ້​ທ່ານ ຫງຽມຫວູຂາຍ,
ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ
(ພາບ: hanoimoi.com.vn)


(vovworld) – ຕອນ​ຄໍ່າ​ວັນ​ທີ 21/08, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ຍີ່ປຸ່ນ​ປະຈຳ​ຫວຽດນາມ ​ໄດ້​ຕາງໜ້າ​ໃຫ້​ລັດຖະບານ​ຍີ່ປຸ່ນ ​ມອບ​ຫຼຽນ​ໄຊ “ຕາ​ເວັນ​ອອກ” ​ໃຫ້​ທ່ານ ຫງຽມຫວູຂາຍ, ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ. ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ​ປະ​ເທດ​ຍີ່ປຸ່ນ ປະຈຳ​ຫວຽດນາມ ຊີ້​ແຈ້ງວ່າ: ​ເລື່ອງ​ມອບຫຼຽນ​ໄຊ​ຄັ້ງ​ນີ້​ແມ່ນ​ສະ​ແດງ​ໃຫ້​ເຫັນ​ການ​ຕີ​ລາຄາ​ສູງ​ຂອງ​ລັດຖະບານ​ຍີ່ປຸ່ນ​ສຳລັບ​ບັນດາ​ຜົນງານ​ຢ່າງໃຫຍ່​ຫຼວງ​ຂອງ​ທ່ານ ຫງຽມຫວູຂາຍ ​ໃນ​ການ​ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ແລະ ມິດຕະພາບລະຫວ່າງ 2 ປະ​ເທດ​ຫວຽດນາມ - ຍີ່ປຸ່ນ ​ໃນ​ຕະຫຼອດໄລຍະ​ຜ່ານ​ມາ. ທ່ານ​ເອກ​ອັກຄະ​ລັດຖະທູດ​ປາດ​ຖະໜາ​ວ່າ, ທ່ານຫງຽມຫວູຂາຍ ຈະ​ສືບ​ຕໍ່​​ມານະ​ພະຍາຍາມ​ໃຫ້​ແກ່​ການ​ພັດທະນາ​ລະຫວ່າງ 2 ປະ​ເທດ​ກວ່າ​ອີກ. ສະ​ແດງ​ຄວາມ​ເປັນ​ກຽດ​ທີ່​ໄດ້​ຮັບ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ນີ້, ທ່ານ​ ຫງຽມຫວູຂາຍ ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ຍີ່ປຸ່ນ ​ເນັ້ນ​ໜັກ​ວ່າ ປະຈຸ​ບັນ, ການ​ພົວພັນ​ລະ​ຫວ່າງ 2 ປະ​ເທດ​ພວມ​ຢູ່​ໃນ​ໄລຍະ​ພັດທະນາ​ດີງາມ​ທີ່​ສຸດ ​ແລະ ຢືນຢັນຈະ​ສືບ​ຕໍ່​ມານະ​ພະຍາຍາມ​ເພີ່ມ​ພູນ​ຄູນ​ສ້າງ​ໃຫ້​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ - ຍີ່ປຸ່ນ ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ