ປະທານຫງວຽນທ້ຽນເຍີນຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດTataປະຈຳຫວຽດນາມ

ປະທານຫງວຽນທ້ຽນເຍີນຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດTataປະຈຳຫວຽດນາມ - ảnh 1
ປະທານຫງວຽນທ້ຽນເຍີນຕ້ອນຮັບຜູ້ອຳນວຍການໃຫຍ່ກຸ່ມບໍລິສັດTataປະຈຳຫວຽດນາມ

(vovworld) - ຕອນ​ບ່​າ​ຍວ​ັນ​ທີ 10/1, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ ຫວຽດ​ນາມ ໄດ້​ຕ້ອນ​ຮັບ​ທ່ານ Indronil Sengupta, ຜູ້​ອຳ​ນວຍ​ການ​ໃຫຍ່​ກຸ່ມ​ບໍ​ລິ​ສັດ Tata (ປະ​ເທດ ອິນ​ເດຍ) ປະ​ຈຳ ຫວຽດ​ນາມ ເຂົ້າ​ຢ້ຽມ​ຂ່ຳ​ນັບ ແລະ ຢ້​ຽມ​ຢາມ​ສຳ​ນັກ​ງານ​ຄະ​ນະ​ກຳ​ມະ​ການ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ. ທີ່​ການ​ຕ້ອນ​ຮັບ, ທ່ານ ຫງວຽນ​ທ້ຽນ​ເຍີນ ໄດ້​ຢັ້ງ​ຢືນ​ວ່າ: ພັກ, ລັດ ຫວຽດ​ນາມ ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ ແລະ ເປີດ​ກ້​ວາງ​ປະ​ຕູ​ເພື່ອ​ຕ້ອ​ນ​ຮັບ​ບັນ​ດາ​ນັກ​ລົງ​ທຶນ ອິນ​ເດຍ, ພິ​ເສດ​ແມ່ນ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່​ເຂົ້າ​ມາ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​​ເຊິ່ງ ອິນ​ເດຍ ມີ​ທ່າ​ແຮງ ແລະ ເໝາະ​ສົມ​ກັບ​ຄວາມ​ຕ້ອງ​ການ​ຂອງ ຫວຽດ​ນາມ.  ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ໄປ​ຄຽງ​ຄູ່​ກັບ​ກາ​ນ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ທີ່​ພວມ​ຜັນ​ຂະ​ຫຍາຍ​​ໃຫ້ປະ​ສົບ​ຜົນ​ສຳ​ເລັດ​ຢູ່ ຫວຽດ​ນາມ, ກ​ຸ່ມ​ບໍ​ລິ​ສັດ Tata ຄວນ​ຄິດ​ໄລ່​ຊັ່ງ​ຊາ​ເຖິງ​ການ​ລົງ​ທຶນ​ພັດ​ທະ​ນາ​ບັນ​ດາ​ໂຄງ​ການ​ອຸດ​ສາ​ຫະ​ກຳ​ສຳ​ຮອງ​ຄື ອຸດ​ສາ​ຫະ​ກຳ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເຕັກ​ໂນ​ໂລ​ຢີ​ຊອບ​ແວ… ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ການ​ຮ່ວມ​ມື​ລະ​ຫວ່າງ​ກຸ່ມ​ບໍ​ລິ​ສັດ Tata ແລະ ບັນ​ດາ​ວິ​ສາ​ຫະ​ກິດ​ອື່ນ​ຂອງ ອິນ​ເດຍ ຈະ​ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ຫວຽດ​ນາມ ປະ​ກອບ​​ເຫື່​ອ​ແຮງຊຸກ​ຍູ້ ແລະ ຫັນ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​​ໃນການ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ, ຜ່ານນັ້ນ ໄດ້​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ການ​ທູດ​ແບບ​ຍື​ນ​ຍົງ, ຍາວ​ນານ​ລະ​ຫວ່າງ 2 ປະ​ເທດ ຫວຽດ​ນາມ - ອິນ​ເດຍ.


ຂ່າວ/ບົດ​ອື່ນ