ປະທານາທິບໍດີ D.Trump ຢາກເປີດກວ້າງສາງອາວຸດນິວເຄຼຍຢູ່ອາເມລິກາ

ປະທານາທິບໍດີ D.Trump ຢາກເປີດກວ້າງສາງອາວຸດນິວເຄຼຍຢູ່ອາເມລິກາ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump
(ພາບ​ປະ​ກອບ: Reuters)

(vovworld) - ວັນ​ທີ 23/02, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ຖະ​ແຫຼງວ່າ, ທ່ານ​ຢາກ​ຮັບ​ປະ​ກັນ​ສາງ​ອາ​ວຸດ​ນິວ​ເຄຼຍ​ຂອງ​ອາ​ເມ​ລິ​ກາ ຕ້ອງ “ເຕັມ​ສ່ວນ”, ພ້ອມ​ທັງ​ຖື​ວ່າ, ວ​ໍ​ຊິງ​ຕັນ ພວມ​​ຖອຍ​ຫຼັງ​ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດດ້ານ​ອາ​ວຸດ​ນິວ​ເຄຼຍ. ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Trump ໃຫ້​ຮູ້​ວ່າ, ທ່ານ​ຢາກ​ເຫັນ​ໂລກ​ປອດ​ອາ​ວຸດ​ນິວ​ເຄຼຍ, ແຕ່​ສະ​ແດງ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ເລື່ອງ “ອາ​ເມ​ລິ​ກາ ​ຖອຍ​ຫຼັງ​ກ່ຽວ​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ນິວ​ເຄຼຍ”. ຕາມ​ອົງ​ການ​ຄັດ​ຄ້ານ​ອາ​ວຸດ​ນິວ​ເຄຼຍ​ທີ່​ມີ​ຊື​່​ວ່າ “ກອງ​ທຶນໝາກ​ສົບ​ໄຖ” ແລ້ວ, ປະ​ຈຸ​ບັນ​ອາ​ເມ​ລິ​ກາ ມີ​ 6.970 ຫົວ​ນິວ​ເຄຼຍ, ໃນ​ຂະ​ນະ​ນັ້ນ, ລັດ​ເຊຍ ມ​ີ 7.300 ຫົວ​ນິວ​ເຄຼຍ. ທ່ານ trump ໄດ້​ເອີ້ນ​ສັນ​ຍາ​ຫຼຸດ​ຜ່ອນ​ອາ​ວຸດ​ບຸກ​ໂຈມ​ຕີ​ຍຸດ​ທະ​ສາດ​ໃໝ່ (START ໃໝ່) ແມ່ນ “ຂໍ້​ຕົກ​ລົງ​ຂອງ​ຝ່າຍ​ດ່ຽວ”.

        ກ່ອນ​ໜ້ານັ້ນ, ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຖ​າ​ນະຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​​ອາ​ເມ​ລິ​ກາ ກັບ​ຄູ່​ຕຳ​ແໜ່ງ​ລັດ​ເຊຍ Vladimir Putin ເມື່ອ​ວັນ​ທີ 28/01 ຜ່ານ​ມາ, ທ່ານ Trump ຖະ​ແຫຼງວ່າ, ສັນ​ຍາ​ດັ່ງ​ກ່າວ​ແມ່ນ “ຂໍ້​ຕົກ​ລົງຊົ່ວ​ຮ້າຍ” ສຳ​ລັບ​ອາ​ເມ​ລິ​ກາ ແລະ ມີ​ຜົນ​ປະ​ໂຫຍດ​ໃຫ້​ຝ່າຍ​ລັດ​ເຊຍ.

ຂ່າວ/ບົດ​ອື່ນ