ປະທານາທິບໍດີ Zimbabwe ລາອອກຈາກຕຳແໜ່ງ

(VOVWORLD) -ວັນທີ 21 ພະຈິກ, ທ່ານປະທານາທິບໍດີ Zimbabwe, Robert Mugabe ໄດ້ຖະແຫຼງລາອອກຈາກຕຳແໜ່ງ ພາຍຫຼັງທີ່ສະພາແຫ່ງຊາດເລີ່ມດຳເນີນການພິຈາລະນາໂທດສຳລັບທ່ານ.

ປະທານາທິບໍດີ Zimbabwe ລາອອກຈາກຕຳແໜ່ງ - ảnh 1 ປະຊາຊົນເຕົ້າໂຮມຢູ່ຕໍ່ໜ້າຫໍສະພາແຫ່ງຊາດ

(ພາບປະກອບ: AFP/TTXVN)

ໃນກອງປະຊຸມ, ທ່ານປະທານສະພາແຫ່ງຊາດ Zimbabwe, Jacob Mudenda ໄດ້ແຈ້ງໃຫ້ວ່າ ທ່ານປະທານາທິບໍດີ Mugabe ໄດ້ຂໍລາອອກຈາກຕຳແໜ່ງຜ່ານຈົດໝາຍທີ່ຝາກເຖິງສະພາແຫ່ງຊາດ ພ້ອມທັງໃຫ້ຢຸດຕິການພິຈາລະນາໂທດ.

        ກ່ອນໜ້ານັ້ນ, ໃນການປ່ອນບັດ, ສະມາຊິກລັດຖະສະພາ 230 ທ່ານສັງກັດພັກ Zanu – PF ກຳອຳນາດ ໃນຈຳນວນສະມາຊິກສະພາແຫ່ງຊາດ Zimbabwe 260 ທ່ານ ໄດ້ຮັບຮອງເອົາຂໍ້ສະເໜີແນະດຳເນີນການພິຈາລະນາໂທດປະທານາທິບໍດີ.

        ແລະກໍ່ໃນວັນດຽວກັນ, ທ່ານເລຂາດ້ານກົດໝາຍຂອງພັກກຳອຳນາດ Zanu – PF ຢູ່ Zimbabwe, Patrick Chinamasa ໃຫ້ຮູ້ວ່າ, ທ່ານອະດີດຮອງປະທານາທິບໍດີ Emerson Mnangagwa ຈະສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີໃນວັນທີ 22 ຫຼື 23 ພະຈິກ, ພາຍຫຼັງທ່ານ Robert Mugabe ລາອອກຈາກຕຳແໜ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ