ປະທານາທິບໍດີ ສ.ເກົາຫຼີ ຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ

(VOVWORLD) - ການນຳ ສ.ເກົາຫຼີ ພວມຊຸກຍູ້ການປະຕິບັດຍຸດທະສາດປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ບັນດາປະເທດອາຊຽນ.  
ປະທານາທິບໍດີ ສ.ເກົາຫຼີ ຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ - ảnh 1ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ຢູ່ ກຳປູເຈຍ (ພາບ: YONHAP/TTXVN

ວັນທີ 14 ມີນາ, ທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ໄດ້ໄປເຖິງປະເທດ   ກຳປູເຈຍ, ເຊິ່ງເປັນສະຖານທີ່ສຸດທ້າຍໃນການໄປປະຕິບັດວຽກງານຢູ່ 3 ປະເທດ ອາຊີຕາເວັນອອກສ່ຽງໃຕ້. ການຢ້ຽມຢາມປະເທດ ກຳປູເຈຍ ຂອງການນຳ ສ.ເກົາຫຼີ ຈະດຳ ເນີນເປັນເວລາ 3 ວັນ.

ໃນວັນທີ 15 ມີນາ, ຄາດວ່າທ່ານ Moon Jae-in ປະທານາທິບໍດີ ສ.ເກົາຫຼີ ຈະເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການໂດຍພະມະຫາກະສັດ Norodom Sihamoni ເປັນປະທານ ແລະ ເຂົ້າຮ່ວມການເຈລະຈາກັບທ່ານ Hun Sen ນາຍົກລັດຖະມົນຕີ ກຳປູເຈຍ ເພື່ອປຶກສາຫາລືບັນດາມາດຕະການເປີດກ້ວາງການຮ່ວມມືໃນຂົງເຂດກະສິກຳ, ພື້ນຖານໂຄງລ່າງ ແລະ ບັນດາຂົງເຂດຕ່າງໆ.

ໃນຂອບເຂດການຢ້ຽມຢາມຄັ້ງນີ້, ທ່ານ ປະທານາທິບໍດີ ສ.ເກົາຫຼີ ແລະ ທ່ານ ນາຍົກລັດຖະມົນຕີ ກຳປູເຈຍ ຈະພ້ອມກັນເຂົ້າຮ່ວມເວທິປາໄສວິສາຫະກິດສອງຝ່າຍ.

        ກ່ອນທີ່ເດີນທາງຢ້ຽມຢາມ ກຳປູເຈຍ, ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ໄດ້ໄປຢ້ຽມຢາມ ປະເທດ ບຣູໄນ ແລະ ມາເລເຊຍ ໃນສະພາວະການການນຳ ສ.ເກົາຫຼີ ພວມຊຸກຍູ້ການປະຕິບັດຍຸດທະສາດປັບປຸງການພົວພັນລະຫວ່າງ ສ.ເກົາຫຼີ ແລະ ບັນດາປະເທດອາຊຽນ.       

ຕອບກັບ

ຂ່າວ/ບົດ​ອື່ນ