ປະທານາທິບໍດີ ອັກຊັງຕີນ ຈະມາຢ້ຽມຢາມທາງລັດຖະກິດຫວຽດນາມໃນໄລຍະໃກ້ໆນີ້

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດຫວຽດນາມ ຫງວຽນຟູຈ້ອງ, ທ່ານປະທານາທິບໍດີ ອັກຊັງຕີນ  Mauricio Macri ແລະ ພັນລະຍາ ຈະມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ແຕ່ວັນທີ 19 – 21 ກຸມພາປີ 2019.

ເມື່ອຕອບສຳພາດຕໍ່ນັກຂ່າວຂ່າວສານຫວຽດນາມ ຢູ່ ອັກຊັງຕີນ ເນື່ອງໃນໂອກາດທ່ານ Mauricio Macri  ມາຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານ ດັ້ງຊວນຢູງ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ອັກຊັງຕີນ ຖືວ່າ: ການຢ້ຽມຢາມຫວຽດນາມ ຂອງທ່ານ Mauricio Macri ຈະສ້າງກຳລັງຊຸກຍູ້ໃຫ້ການພົວພັນສອງຝ່າຍ. ທ່ານ ດັ້ງຊວນຢູງ ມີຄວາມເຊື່ອໝັ້ນຕໍ່ແງ່ຫວັງອັນສົດໃສຂອງການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ