ປະທານາທິບໍດີ ອິດສະຣາແອນ ແລະ ພັນລະຍາ ຢ້ຽມຢາມແຂວງ ຫວີງຟຸກ

ປະທານາທິບໍດີ ອິດສະຣາແອນ ແລະ ພັນລະຍາ ຢ້ຽມຢາມແຂວງ ຫວີງຟຸກ - ảnh 1
ທ່ານ​ Reuven Ruvi Rivlin ​​ຢ້ຽມຢາມ​ໂຄງການ​ລົງທຶນ​
ກະສິກຳ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີສູງ VinEco ຕາມ​ດາວ
(ພາບ: ມີງຈີ້)

(vovworld) - ​ ວັນ​ທີ 24/03, ທ່ານ​ປະທານ​າທິບໍດີ ອິດສະຣາ​ແອນ Reuven Ruvi Rivlin ​ແລະ ພັນ​ລະ​ຍາ ​ໄດ​້ລົງ​ຢ້ຽມຢາມ​ໂຄງການ​ລົງທຶນ​ກະສິກຳ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີສູງ VinEco ຕາມ​ດາວ, ​ໂດຍ​ບໍລິ​ສັດ Vingroup ຜັນ​ຂະຫຍາຍ​ຢູ່​ເທດສະບານ​ ຢາ​ແຄ໋ງ, ​ເມືອງ ບີ​ງຊວຽນ, ​ແຂວງ ຫວີງ​ຟຸກ. ການ​ເຄື່ອນ​ໄຫວ​ນອນ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ ຫວຽດນາມ ຂອງ​ທ່ານປະທານາທິບໍດີ ​ແລະ ພັນ​ລະ​ຍາ ​ແຕ່​ວັນ​ທີ 19/03 – 25/03. ພາຍຫລັງ​ໄດ້​ຮັບ​ຟັງການ​​ແນະນຳ​ກ່ຽວ​ກັບ​ໂຄງການ, ທ່ານ​ປະທານາທິບໍດີ Reuven Ruvi Rivlin ພ້ອມ​ກັບ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ໄດ້​ໄປ​ຢ້ຽມຊົມ​ເຂດ​​ເຮືອນ​ແກ້ວ​, ພ້ອມ​ທັງຢ້ຽມຊົມ​ຂັ້ນ​ຕອນ​ການ​ກ້າ​ເບ້ຍ, ​ເກ​ັບກູ້, ຫຸ້ນ​ຫໍ່ຜະລິດ​ຕະພັນ​ກະ​ເສດ​ຂອງ VinEco.

ຕອບກັບ

ຂ່າວ/ບົດ​ອື່ນ