ປະທານາທິບໍດີ ອິນເດຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

(VOVWORLD) - ທ່ານປະທານາທິບໍດີ ອິນເດຍ Ram Nath Kovind ແລະ ພັນລະຍາໄດ້ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 18 – 20 ພະຈິກ 2018 ຕາມຄຳເຊີນຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ. 
ປະທານາທິບໍດີ ອິນເດຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ - ảnh 1ທ່ານປະທານາທິບໍດີ ອິນເດຍ Ram Nath Kovind (ພາບ: Baoquocte)

ການຢ້ຽມຢາມ ມີຄວາມໝາຍສຳຄັນໃນການສືບຕໍ່ປັບປຸງ ແລະ ພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ອິນເດຍ.

       ການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ຂອງທ່ານປະທານາທິບໍດີ ອິນເດຍ Ram Nath Kovind ຈະປະກອບສ່ວນຊຸກຍູ້ການຮ່ວມມື 2 ຝ່າຍໃນຫລາຍຂົງເຂດກ່ວາອີກ. ນັ້ນແມ່ນຂໍ້ສັງເກດລວມຂອງວົງການນັກຊ່ຽວຊານ ແລະ ນັກຮຽນຮູ້ ອິນເດຍ ກ່ຽວກັບການຢ້ຽມຢາມນີ້.

       ປະລິນຍາເອກ Faisal Ahmed ຫົວໜ້າຂະແໜງການຄ້າສາກົນຂຶ້ນກັບມະຫາວິທະຍາໄລບໍລິຫານ FORE, ຢູ່ New Delhi ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານປະທານາທິບໍດີ Ram Nath Kovind ຈະເຮັດໃຫ້ການພົວພັນຮ່ວມມື 2 ຝ່າຍເລິກເຊິ່ງກ່ວາອີກ, ພິເສດແມ່ນ ຫວຽດນາມ ເປັນປະເທດສຳຄັນໃນນະໂຍບາຍ “ການກະທຳມຸ່ງໄປສູ່ທິດຕາເວັນອອກ” ຂອງ ອິນເດຍ.

ຕອບກັບ

ຂ່າວ/ບົດ​ອື່ນ