ປະທານາທິບໍດີ ອິນໂດເນເຊຍ ເຊີນການນຳ 2 ພາກເກົາຫຼີເຂົ້າຮ່ວມພິທີໄຂ ASIAD 2018

(VOVWORLD) - ວັນທີ 18 ກໍລະກົດ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ໄດ້ເຊີນການນຳ ສປປ.ເກົາຫຼີ ທ່ານ Kim Jong-un ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-in ເຂົ້າຮ່ວມພິທີໄຂງານມະຫາກຳກິລາ ອາຊີ (ASIAD 2018).
ປະທານາທິບໍດີ ອິນໂດເນເຊຍ ເຊີນການນຳ 2 ພາກເກົາຫຼີເຂົ້າຮ່ວມພິທີໄຂ ASIAD 2018 - ảnh 1  ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

ຄຳເຊື້ອເຊີນດັ່ງກ່າວ ໄດ້ຍົກອອກມາ ພາຍຫລັງ 2 ພາກເກົາຫຼີ ໄດ້ເຫັນດີເປັນເອກະພາບໃຫ້ບັນດານັກກິລາເດີນຂະບວນຮ່ວມກັນຢູ່ພິທີໄຂເຫດການກິລາດັ່ງກ່າວ.

        ແລະກໍ່ໃນວັນດຽວກັນ, ສະພາ Olympic ອາຊີ (OCA) ຮັບຮູ້ວ່າ: ສປປ.ເກົາຫຼີ ແລະ ສ.ເກົາຫຼີ ຈະສ້າງຕັ້ງທີມກິລາຮ່ວມເຂົ້າແຂ່ງຂັນໃນ 3 ປະເພດກິລາຢູ່ ASIAD ລວມມີ: ບານບ້ວງ, ຊ່ວງເຮືອ ແລະ rowing. ແຈ້ງການຂອງ OCA ຊີ້ແຈ້ງວ່າ: ນີ້ຈະແມ່ນຄັ້ງທຳອິດໃນປະຫວັດສາດທີ່ 2 ພາກ ເກົາຫຼີ ພ້ອມກັນເຂົ້າຮ່ວມເຫດການກິລານີ້, ຜ່ານນັ້ນ ພິສູດໃຫ້ເຫັນກຳລັງແຮງສາມັກຄີຂອງກິລາ.

ຕອບກັບ

ຂ່າວ/ບົດ​ອື່ນ