ປະທານາທິບໍດີ ອາເມລິກາ ລໍຄອຍການພົບປະສຸດຍອດຄັ້ງຕໍ່ໄປກັບປະທານາທິບໍດີ ລັດເຊຍ

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກຄຳສັ່ງແນະນຳໃຫ້ທ່ານ John Bolton, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ເຊື້ອເຊີນທ່ານປະທານາທິບໍດີ ລັດເຊຍ Vladimir Putin ມາຢ້ຽມຢາມ ວໍຊິງຕັນ

ປະທານາທິບໍດີ ອາເມລິກາ ລໍຄອຍການພົບປະສຸດຍອດຄັ້ງຕໍ່ໄປກັບປະທານາທິບໍດີ ລັດເຊຍ  - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump

(ພາບ: AFP/TTXVN)

ວັນທີ 19 ກໍລະກົດ, ທຳນຽບຂາວໃຫ້ຮູ້ວ່າ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມອບໝາຍໜ້າທີ່ໃຫ້ທ່ານ John Bolton, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ເຊື້ອເຊີນທ່ານປະທານາທິບໍດີ ລັດເຊຍ Vladimir Putin ມາຢ້ຽມຢາມ ວໍຊິງຕັນ ໃນລະດູໃບໄມ້ຫຼົ່ນປີນີ້. ໃນສື່ສັງຄົມອອນລາຍ Twitter, ທ່ານນາງ Sarah Sanders ໂຄສົກຂອງທຳນຽບຂ່າວ ໄດ້ຊີ້ແຈ້ງວ່າ: “ປະທານາທິບໍດີ Trump ໄດ້ຮຽກຮ້ອງໃຫ້ ທ່ານ John Bolton, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດເຊື້ອເຊີນທ່ານປະທານາທິບໍດີ Putin ໄປຢ້ຽມຢາມວໍຊິງຕັນ ໃນລະດູໃບໄມ້ຫຼົ່ນປີນີ້ ແລະ ບັນດາການປຶກສາຫາລືກ່ຽວກັບບັນຫານີ້ໄດ້ຮັບການຜັນຂະຫຍາຍ”.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ເມື່ອແບ່ງປັນໃນສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ Donald Trump ໄດ້ຢັ້ງຢືນວ່າ ການພົບປະສຸດຍອດກັບທ່ານປະທານາທິບໍດີ ລັດເຊຍ “ແມ່ນຜົນງານອັນໃຫຍ່ຫຼວງ”. ທ່ານຕັ້ງຄວາມຫວັງໄວ້ໃນການພົບປະຄັ້ງທີສອງ ກັບການນຳ ລັດເຊຍ Putin ເພື່ອໃຫ້ 2 ຝ່າຍອາດຈະເລີ່ມປະຕິບັດບາງຂໍ້ໃນບັນດາເນື້ອໃນທີ່ໄດ້ປຶກສາຫາລືນໍາກັນຈາກການພົບປະຄັ້ງທຳອິດ, ໃນນັ້ນມີການສະກັດກັ້ນລັດທິກໍ່ການຮ້າຍ, ບັນຫາຄວາມໝັ້ນຄົງສຳລັບ ອິດສະຣາແອັນ, ບັນຫາເຜີຍແຜ່ນິວເຄຼຍ, ບັນດາເຫດບຸກໂຈມຕີທາງອິນເຕີເນັດ, ບັນດາບັນຫາການຄ້າ, ການປະທະກັນຢູ່ພາກຕາເວັນອອກ ຢູແກຼນ, ສັນຕິພາບຢູ່ຕາເວັນອອກກາງ, ສປປ ເກົາຫຼີ…

ຕອບກັບ

ຂ່າວ/ບົດ​ອື່ນ