ປະທານາທິບໍດີ ອາເມລິກາ ຮັບຮອງເອົາຍຸດທະສາດໃຫມ່ສຳລັບ ສປປ ເກົາຫຼີ

(VOVWORLD) - ວັນທີ 25 ພຶດສະພາ, ສະມາຊິກສະພາແຫ່ງຊາດ ສ ເກົາຫຼີ ຜູ້ທີໜຶ່ງໃຫ້ຮູ້ວ່າ: ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຮັບຮອງເອົາແຜນນະໂຍບາຍ 4 ຂໍ້ ກ່ຽວກັບ ສປປ ເກົາຫຼີ ທີ່ກ່ຽວຂ້ອງເຖິງການນຳໃຊ້ “ທຸກໆຄວາມກົດດັນທີ່ສາມາດເປັນໄປໄດ້” ຄຽງຂ້າງການຊອກຫາມາດຕະການດ້ານການທູດ. 

ກຸ່ມນັກການເມືອງໜຶ່ງສອງພັກ ສ.ເກົາຫຼີ ໄດ້ພົບປະກັບທ່ານ Joseph Yun, ຜູ້ຕາງໜ້າພິເສດຂອງ ອາເມລິກາ ກ່ຽວກັບນະໂຍບາຍຂອງ ສປປເກົາຫຼີ ແລະ ນະທີ່ນີ້, ທ່ານ Yun ໄດ້ແຈ້ງໃຫ້ບັນດາສະມາຊິກສະພາແຫ່ງຊາດ ສ.ເກົາຫຼີ ຮັບຊາບກ່ຽວກັບວິທີສຳພັດຂອງອຳນາດການປົກຄອງປະທານາທິບໍດີ Donald Trump ສຳລັບພຽງຢາງ. ທ່ານສະມາຊິກສະພາແຫ່ງຊາດ Kim Kwan – young ຂຶ້ນກັບຝ່າຍຄ້ານພັກປະຊາຊົນໄດ້ຄັດສະເໜີຄຳເວົ້າຂອງຜູ້ຕາງໜ້າພິເສດຂອງທ່ານປະທານາທິບໍດີ ອາເມລິກາ ໂດຍໃຫ້ຮູ້ວ່າ: ທ່ານ Donald Trump ໄດ້ລົງນາມບົດລາຍງານກ່ຽວກັບນະໂຍບາຍຮອບດ້ານຂອງກະຊວງການຕ່າງປະເທດ ອາເມລິກາ ກ່ອນນີ້ປະມານ 2 ອາທິດ, ບົດລາຍງານນີ້ລວມມີ 4 ຍຸດທະສາດຕົ້ນຕໍ, ເຊິ່ງລວມມີ: ບໍ່ຮັບຮອງ ສປປ ເກົາຫຼີ ແມ່ນປະເທດນິວເຄຼຍ, ຈັດວາງທຸກໆມາດຕະການລົງໂທດ ແລະ ກໍ່ຄວາມກົດດັນສຳລັບພຽງຢາງ, ບໍ່ຊອກຫາວິທີປ່ຽນແປງລະບອບຢູ່ ສປປ ເກົາຫຼີ ແລະ ສຸດທ້າຍແມ່ນແກ້ໄຂທຸກໆບັນຫາດ້ວຍການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ