ປະທານາທິບໍດີBarack Obamaພົບປະແລກປ່ຽນກັບປະຊາຄົມວິສາຫະກິດໜຸ່ມຢູ່ນະຄອນໂຮ່ຈີມິນ

ປະທານາທິບໍດີBarack Obamaພົບປະແລກປ່ຽນກັບປະຊາຄົມວິສາຫະກິດໜຸ່ມຢູ່ນະຄອນໂຮ່ຈີມິນ - ảnh 1
ປະທານາທິບໍດີBarackObamaພົບປະແລກປ່ຽນກັບປະຊາຄົມວິສາຫະກິດໜຸ່ມຢູ່ນະຄອນໂຮ່ຈີມິນ

(vovworld) – ​ໂດຍ​ສືບ​ຕໍ່​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ, ຕອນ​ຄຳ່​ວັນ​ທີ 24/5, ພາຍຫຼັງ​ຢ້ຽມຢາມ​ວັດ ​ເຟືອ​ກຫາຍ, ຢູ່​ເມືອງ 1, ນະຄອນ ​ໂຮ່ຈີ​ມິນ, ທ່ານ​ປະທານາທິບໍດີ Barack Obama ມີ​ການ​ພົບ​ປະແລກປ່ຽນ​ກັບປະ​ຊາ​ຄົມ​ວິ​ສາ​ຫະກິດ​ໜຸ່ມ ຫວຽດນາມ ຢູ່​ນະຄອນ ​ໂຮ​່ຈີ​ມິນ. ນະ​ທີ່​ນີ້, ທ່ານ​ປະທານາທິບໍດີ Barack Obama ​ເນັ້ນ​ໜັກ​ເຖິງ​ຈິດ​ໃຈສ້າງອາຊີ​ບ. ຕາມ​ທ່ານ Barack Obama ​ແລ້ວ, ກຳລັງ​ແຮງ​ທີ່ແທ້​ຈິງ​ເພື່ອ​ໃຫ້ ຫວຽດນາມ ພັດທະນາ ​ແລະ ​ແມ່ນ​ກຳລັງ​ໜູນ​ໃຫ້​ແກ່​ນະຄອນ ​ໂຮ່ຈີ​ມິນ ​ເປັນ​ນຳ້​ໃຈ​ຂອງ​ນັກທຸລະກິດ.

        ກ່ຽວ​ກັບ​ການ​ດຳ​ເນີນ​ທຸ​ລະ​ກິດ, ທ່ານ​ປະທານາທິບໍດີ Barack Obama ​ເນັ້ນ​ໜັກ​ວ່າ: ຫວຽດນາມ  ຕ້ອງ​ບືນຕົວ​ຂຶ້ນ​ດ້ວຍ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ຍ້ອນ​ວ່າ TPP ຈະ​ນຳ​ພື້ນຖານ​ເສດຖະກິດຂອງ​ບັນດາ​ປະ​ເທດ​ຫຍັບ​ມໍ່​ໃກ​້ກັນ​ກ່ວາ, ​ເຮັດ​ໃຫ້​ເພີ່ມ​ທະວີ​ລະດັບ​ການ​ພັດທະນາ​ດ້ານ​ເສດຖະກິດ ຫວຽດນາມ, ​ເພີ່ມ​ທະວີ​ການ​ແກ່ງ​ແຍ​​້ງດ້ານ​ເສດຖະກິດ, ​ເປີດ​ກ້ວາງ​ຕະຫຼາດ​ໃໝ່​ບໍ່​ພຽງ​ແຕ່​ໃຫ້​ບໍລິສັດ​ໃຫຍ່​ເທົ່າ​ນັ້ນ ຫາກ​ຍັງ​​ແມ່ນ​ທັງບໍລິສັດ​ຂະໜາດ​ກາງ ​ແລະ ນ້ອຍອີກ​ກ້ວຍ. ທ່ານ​ Barack Obama ຢັ້ງຢືນ​ວ່າ: ອາ​ເມ​ລິ​ກາ ​ເຊື່ອ​ໝັ້ນ​ເຂົ້າ​ໃນ​ບັນ​ດາ​ນັກທຸລະ​ກິດ​ໜຸ່ມ ຫວຽດນາມ ​ແລະ ຈະ​ພະຍາຍາມ​ລົງທຶນ​ຜົນສຳ​ເລັດ​ຂອງ​ເຂົາ​ເຈົ້າ. ສິ່ງ​ທີ່​ທ່ານ Obama ​ເອົາ​ໃຈ​​ໃສ່​ທີ່​ສຸດ​ແມ່ນ​ເຮັດ​​ແນ​ວ​ໃດ​ເພື່ອ​ໃຫ້​ບັນດາ​ບໍ​ລິ​ສັດ ອາ​ເມ​ລິ​ກາ ​ມີ​ຄວາມ​ສົນ​ໃຈ​ເຖິງ​ການ​ສ້າງ​ອາຊີບ​ຂອງ​ປະຊາ​ຄົມ​ວິ​ສາ​ຫະກິດ​ໜຸ່ມ ຫວຽດນາມ. ບັນດາ​ສິ່ງ​ທ້າ​ທາ​ຍທີ່​ພວມ​ປະ​ເຊີນ​ໜ້າ, ຄວາມ​ແຕກ​ຕ່າງ​ກັນ​ລະຫວ່າງ ຫວຽດນາມ ​ແລະ ອາ​ເມ​ລິ​ກາ, ກາລະ​ໂອກາດ​ພັດທະນາ​ຂອງ​ວິ​ສາ​ຫະກິດ​ຢູ່ ຫວຽດນາມ ຕ່າງ​ກັບ ອາ​ເມ​ລິ​ກາ ຄື​ແນວ​ໃດ? ມາດ​ຕະການ​ຊ່ວຍ​ໃຫ້​ນັກທຸລະກິດ​ປະກອບອາຊີບ, ຊ່ວຍ​ໃຫ້​ບໍລິສັດ​ນັບ​ມື້​ນັບ​ພັດທະນາ​ກ່ວາ. ສຸດ​ທ້າຍ, ທ່ານ​ປະທານາທິບໍດີ Obama ​ຖື​ວ່າ: ພື້ນຖານ​ຂອງມະນຸ​ດ​ແມ່ນ​ສຳຄັນ​ທີ່​ສຸ​ດ. ຫວຽດນາມ ມີ​ພື້ນຖານ​ວັດທະນະທຳ​ດຳ​ເນີນ​ທຸລະ​ກິດ​ພວມ​ພັດທະນາ, ​ດັ່ງ​ນັ້ນ​ຕ້ອງ​ເພີ່​ມທະວີ​ກຳລັງ​ຄວາມ​ສາມາດ​ໃນ​ການ​ສຶກສາ.


ຂ່າວ/ບົດ​ອື່ນ