ປະທານາທິບໍດີBarackObamaປະຕິບັດງານຢູ່ອາຊີ

ປະທານາທິບໍດີBarackObamaປະຕິບັດງານຢູ່ອາຊີ - ảnh 1
ປະທານາທິບໍດີ Barack Obama
(ພາບ: AFP)

(vovworld) – ຕອນ​ຄຳ່​ວັນ​ທີ  22/4 (ຕາມ​ເວລາ ຫວຽດນາມ), ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ​ໄດ້​ເດີນທາງ​ອອກ​ຈາກ​ ວໍ​ຊິງ​ຕັນ, ​ເລີ່​ມຕົ້ນ​ການ​ປະຕິບັດ​ງານ​​ໄປ​ຍັງ ຍີ່ປຸ່ນ, ສ. ​ເກົາຫຼີ, ມາ​ເລ​ເຊຍ ​ແລະ ຟິລິບ​ປິນ ທີ່​​ແກ່​ຍາວ​ເປັນ​ເວລາໜຶ່ງອາທິດ. ນີ້​ແມ່ນ​ການ​ຢ້ຽມຢາມ​ຄັ້ງ​ທີ 5 ​ໄປ​ຍັງ ອາຊີ ນັບ​ແຕ່​ເມື່ອ​ທ່ານ Obama ກາຍ​ເປັນ​ປະທານາທິບໍດີ ອາ​ເມ​ລິ​ກາ. ຄາດ​ວ່າ, ຢູ່​​ແຕ່ລະ​ປະ​ເທດ, ທ່ານ Obama ຈະ​ພ້ອມ​ກັບ​ການ​ນຳ​ບັນດາ​ປະ​ເທດ​ປຶກສາ​ຫາລື ກ່ຽວ​ກັບ​ບັນ​ດາ​ບັນຫາ​ປ້ອງ​ກັນ​ຄວາມ​ສະຫງົບ​ເຊິ່ງພາກ​ພື້ນ​ຕ້ອງ​ປະ​ເຊີນ​ໜ້າ ກໍ່​ຄື​ຮ່ວມ​ມື​ພັດທະນາ​ເສດຖະກິດ, ພິ​ເສດ​ແມ່ນ​ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ (TPP).

    ກ່ອນ​ການ​ຢ້ຽມຢາມ, ວົງ​ການ​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມ​ສະຫງົບ ອາ​ເມ​ລິ​ກາ ​ໄດ້​ຢືນຢັນ​ຈຸດໝາຍ​ການ​ປະຕິບັດ​ງານ​ຂອງ​ທ່ານ Obama ​ແມ່ນ​ເພື່ອ​ແນ​ໃສ່​ຢືນຢັນ​ບັນດາ​ຄຳ​ໝັ້ນ​ສັນຍາ​ກັບ​ພາກ​ພື້ນ​ກໍ່​ຄື​ກ່ຽວ​ກັບ​ຍຸດ​ທະ​ສາດ​ການທູດ ສ້າງຄວາມດູ​ນດ່ຽງ​ຄືນ​ໃໝ່​ສຳລັບ ອາຊີ - ປາຊີ​ຟິກ ​ເຊິ່ງ ວໍ​ຊິງ​ຕັນ ຖະ​ແຫຼ​ງກ່ອນ​ນີ້ 3 ປີ.


ຂ່າວ/ບົດ​ອື່ນ