ປະທານາທິບໍດີObamaປາດຖະໜາຢາກໃຫ້ສະພາແຫ່ງຊາດອາເມລິກາຮັບຮອງເອົາTPPໃນປີນີ້

ປະທານາທິບໍດີObamaປາດຖະໜາຢາກໃຫ້ສະພາແຫ່ງຊາດອາເມລິກາຮັບຮອງເອົາTPPໃນປີນີ້ - ảnh 1
(ພາບ​ປະ​ກອບ: bmsadvisors.com)

(vovworld) - ວັນ​ທີ 29/07, ທຳ​ນຽບ​ຂາວ​ໃຫ້​ຮູ້​ວ່າ, ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Barack Obama ປາດ​ຖະ​ໜາ​​ວ່າ ​ສະ​ພາ​ແຫ່ງ​ຊາດ​ຂອງ​ປະ​ເທດນີ້​ຮັບ​ຮອງ​ເອົາ​ສົນ​ທິ​ສັ​ນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ໃນ​ປີ 2016 ນີ້, ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ວາງ​ອອກ​ບັນ​ດາ​ຫຼັກ​ການ​ໃຫ້​ແກ່​ການ​ຄ້າ​ທົ່ວ​ໂລກ ໃນ​ຂະ​ນະ​ທີ່​ຍັງ​ຄົງຮັກ​ສາ​ໄດ້​ທ່າແກ່ງ​ແຍ້ງ​ຂອງ​ບັນ​ດາ​ປະ​ເທດ​ລົງ​ນາມ​ໃນ​ສັນ​ຍານີ້. ໂຄ​ສົກ​ທຳ​ນຽບ​ຂາວ​ທ່ານ Eric Schultz ຖະ​ແຫຼງວ່າ, ນີ້​ແມ່ນ​ວຽກ​ງານ​ເຊິ່ງ​ສະ​ພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ຕ້ອງ​ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ ຖ້າ​ຫາກບໍ່​ປະ​ຕິ​ບັດ​ເຂົາ​ເຈົ້າອາດ​ຈະ​​ພາດ​ໂອ​ກາດໃຫ້​ຈີນ, ເຊິ່ງ​​ປະ​ທາ​ນາ​ທິ​ບໍ​ດີ Obama ຖືນີ້ແມ່ນ​ວີ​ທີ​ສຳ​ພັດ​ທີ່​ຜິດ​ພາດ. ຕາມ​ໂຄ​ສົກ​ທຳ​ນຽບ​ຂາວແລ້ວ, ປະ​ທາ​ນາ​ທິ​ບໍ​ດີ Obama ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ ສັນ​ຍານີ້​ຈະ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ສະ​ພາ​ແຫ່ງ​ຊາດ ໃນ​ປີ 2016. TPP ໄດ້ຮັບ​ການ​ສ້າງ​ຕ​ັ້ງ​ດ້ວຍ​ຄາດ​ໝາຍ​ຕົ້ນ​ຕໍ່​ແມ່ນ​ລົບ​ລ້າງ​ພາ​ສ​ີທຸກ​ປະ​ເພດ ແລະ ຮົ້ວ​ກີດ​ຂວາງ​ສິນ​ຄ້າຂາ​ອອກ, ຂາ​ເຂົ້າ ກ​ໍ​ຄືການ​ບໍ​ລິ​ການ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

ຂ່າວ/ບົດ​ອື່ນ