ປະທານາທິບໍດີObamaຢັ້ງຢືນຄວາມເຊື່ອໝັ້ນຕໍ່ອະນາຄົດຂອງອາເມລິກາ

ປະທານາທິບໍດີObamaຢັ້ງຢືນຄວາມເຊື່ອໝັ້ນຕໍ່ອະນາຄົດຂອງອາເມລິກາ - ảnh 1
ທ່ານ​ Barack Obama ,ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ
(ພາບ: AFP/TTXVN)

(vovworld) – ຕອນ​ຄ່ຳ​ວັນ​ທີ 10/1 ຕາມ​ເວ​ລາ ອາ​ເມ​ລິ​ກາ (​ກົງ​ກັບຕ​ອນ​ເຊົ້າ​ວັນ​ທີ 11/1 ຕາມ​ເວ​ລາ ຫວຽດ​ນາມ), ທ່ານ​ Barack Obama ,ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາຜູ້​ໃກ້​ຈະ​ສິ້ນ​ສຸດ​ອາ​ຍຸ​ການ ມີ​ບົດ​ກ່າວ​ປາ​ໄສ​ອຳ​ລາ​ຝາກ​ເຖິງ​ປະ​ຊາ​ຊົນ​​ອາ​ເມ​ລິ​ກາ ຈາກນະ​ຄອນ​ບ້ານ​ເກີດ​ເມືອງນອນ​ຂອງ​ທ່ານ Chicago, ລັດ Illinois, ສິ້ນສຸດ​ 2 ອາ​ຍຸ​ການ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ. ບົດ​ກ່າວ​ປາ​ໄສ​ສຸດ​ທ້າຍ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ຜູ້​ທີ 44 ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເຊື່ອ​ໝັ້ນ​ຢ່າງ​ແຮງ​ຕໍ່ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ປະ​ຊາ​ຊົນ ອາ​ເມ​ລິ​ກາ ໃນ​ການ​ນຳ​ມາ​ເຊິ່ງ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ປະ​ເທດ​ຊາດ. ໃນ​ບົດ​ກ່າວ​ປາ​ໄສ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Obama ໄດ້​ເຕື້ອງ​ເຖິງຫຼາຍ​ບັນ​ຫາ, ໃນ​ນັ້ນ​ມີ​ຂົງ​ເຂດ​ການ​ຕ່າງ​ປະ​ເທດ, ທ່ານ​ເຕື້ອງ​ເຖິງ​ບັນ​ດາ​ຜົນ​ງານ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ໃນ 2 ອາ​ຍຸ​ການ​ຂອງ​ຕົນ​ເມື່ອ​ແກ້​ໄຂວິ​ກິດ​ການ​ນິວ​ເຄຼຍ ອີ​ຣານ ແລະ ເປີດ​ໜ້າ​ປະ​ຫວັດ​ສາດ​ໃໝ່​ໃນ​ການ​ພົວ​ພັນ​ກັບ ກູ​ບາ. ທ່ານກໍ່​ເຕື້ອງ​ເຖິງ​ບັນ​ດາ​ບາດ​ກ້າວ​ເຊິ່ງ​ອຳ​ນາດ​ການ​ປົກ​ຄອງ​ຂອງ​ທ່ານ​ບັນ​ລຸ​ໄດ້​ໃນ​ບັນ​ຫາ​ສິ່ງ​ແວດ​ລ້ອມ, ​ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ພະ​ລັງ​ງານ​ສະ​ອາດ. ທ່ານ​ຮຽກ​ຮ້ອງ​ຕ້ອງ​ກະ​ທຳຫຼາຍ​ກ່​ວາ​ອີກ ແລະ ມີ​ບັນ​ດາ​ວິ​ທີ​ສຳ​ພັດ​ດີ​ກ່ວ​າ​ເພື່ອ​ແກ້​ໄຂ​ບັນ​ຫາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ສິ້ນ​ສຸດ​ບົດ​ປາ​ໄສ, ທ່ານ ປະ​ທາ​ນາ​ທິ​ບໍ​ດີ Obama ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ ອາ​ເມ​ລິ​ກາ ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຄວາມ​ສາ​ມາດ​ປ່ຽນ​ແປງ​ຂອງ​ແຕ່​ລະ​ຄົນ​ເພື່ອ​ເຮັດ​ໃຫ້​ປະ​ເທດ ອາ​ເມ​ລິ​ກາ ເຂັ້ມ​ແຂງ​ກ່​ວາ ແລະ ດີ​ງາມ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ