ປະທານາທິບໍດີກາຊັກສະຖານຄົນໃໝ່ສາບານຕົວຮັບດຳລົງຕຳແໜ່ງ

(VOVWORLD) -ວັນທີ 30 ມີນາ, ຢູ່ນະຄອນຫຼວງ Astana, ທ່ານປະທານສະພາສູງກາຊັກສະຖານ Kassym Jomart Tokayey ໄດ້ເຂົ້າພິທີສາບານຕົວຮັບດຳລົງຕຳແໜ່ງປະທານາທິບໍດີຊົ່ວຄາວ, ຂຶ້ນກຳອຳນາດບໍລິຫານປະເທດຊາດ ພາຍຫຼັງທີ່ທ່ານປະທານາທິບໍດີ Nursultan Nazarbayev ລາອອກຈາກຕຳແໜ່ງໂດຍບັງເອີນ.

ຕາມແຜນການແລ້ວ, ທ່ານປະທານາທິບໍດີຊົ່ວຄາວ Tokayey, ອາຍຸ 65 ປີ, ຈະດຳລົງຕຳແໜ່ງດັ່ງກ່າວຈົນຮອດເວລາທີ່ກາຊັກສະຖານ ດຳເນີນການປ່ອນບັດເລືອກຕັ້ງປະທານາທິບໍດີຄັ້ງໃໝ່ໃນເດືອນ ເມສາ 2020.

        ແລະກໍ່ໃນວັນດຽວກັນ, ສະພາແຫ່ງຊາດກາຊັກສະຖານ ໄດ້ຮັບຮອງເອົາຂໍ້ຕົກລົງ ປ່ຽນຊື່ນະຄອນຫຼວງ Astana ເປັນ “Nursultan” ເພື່ອເຊີດຊູປະທານາທິບໍດີຄົນທຳອິດຂອງປະເທດນີ້ ແລະ ຮັບຮູ້ບັນດາການອຸທິດສ່ວນອັນໃຫຍ່ຫຼວງຂອງທ່ານທີ່ມີຕໍ່ ກາຊັກສະຖານ.

ຕອບກັບ

ຂ່າວ/ບົດ​ອື່ນ