ປະທານາທິບໍດີລັດເຊຍ ລົງນາມໃນລັດຖະດຳລັດລົງໂທດຢູແກຼນ

(VOVWORLD) -ວັນທີ 22 ຕຸລາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ລົງນາມໃນລັດຖະດຳລັດອະນຸຍາດໃຫ້ປະເທດນີ້ຈັດວາງບັນດາມາດຕະການລົງໂທດຕໍ່ບັນດາບໍລິສັດ ແລະ ສ່ວນບຸກຄົນຂອງຢູແກຼນ

ເພື່ອແນໃສ່ໂຕ້ຕອບບັນດາຄຳສັ່ງລົງໂທດເຊິ່ງ Kiev ຈັດວາງຕໍ່ມົດສະກູ. ລັດຖະດຳລັດທີ່ຫາກໍ່ປະກາດໃຊ້ໄດ້ຮັບຖືວ່າແມ່ນ “ການໂຕ້ຕອບສຳລັບບັນດາການເຄື່ອນໄຫວທີ່ຂາດຄວາມເປັນມິດຂອງຢູແກຼນ”, ກ່ຽວຂ້ອງເຖິງເລື່ອງ Kiev ຈັດວາງບັນດາຄຳສັ່ງລົງໂທດແນໃສ່ພົນລະເມືອງ ແລະ ບັນດາອົງກອນນິຕິກຳຂອງລັດເຊຍ, ພ້ອມທັງ “ເພື່ອແນໃສ່ປົກປ້ອງຜົນປະໂຫຍດແຫ່ງຊາດ”. ກໍ່ຕາມລັດຖະດຳລັດດັ່ງກ່າວແລ້ວ, ທ່ານປະທານາທິບໍດີ Putin ອອກຄຳສັ່ງໃຫ້ລັດຖະບານລັດເຊຍ “ກຳນົດບັນຊີລາຍຊື່ບັນດາສ່ວນບຸກຄົນ ແລະ ອົງການນິຕິກຳຂອງຢູແກຼນ ທີ່ຈະຕ້ອງປະຕິບັດບັນດາມາດຕະການດ້ານເສດຖະກິດພິເສດ”. ໃນລັດຖະດຳລັດກໍ່ຊີ້ແຈ້ງວ່າ, ບັນດາມາດຕະການໂຕ້ຕອບອາດຈະຖືກຍົກເລີກຖ້າຫາກຢູແກຼນ ຖອນບັນດາຄຳສັ່ງລົງໂທດແນໃສ່ສ່ວນບຸກຄົນ ແລະ ບໍລິສັດຂອງລັດເຊຍ.

        ກ່ອນໜ້ານັ້ນ, ວັນທີ 22 ມິຖຸນາ, ທ່ານປະທານາທິບໍດີຢູແກຼນ ໄດ້ລົງນາມໃນລັດຖະດຳລັດເປີດກວ້າງບັນດາມາດຕະການລົງໂທດແນໃສ່ບັນດາບໍລິສັດ ແລະ ອົງກອນຂອງລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ