ປະທານາທິບໍດີລັດເຊຍອາດຈະມີການພົບປະກັບການນຳອາເມລິກາຢູ່ G20

(VOVWORLD) -ວັນທີ 15 ພຶດສະພາ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໃຫ້ຮູ້ວ່າ
ປະທານາທິບໍດີລັດເຊຍອາດຈະມີການພົບປະກັບການນຳອາເມລິກາຢູ່ G20 - ảnh 1(ພາບປະກອບ: THX/ TTXVN)

ທ່ານອາດຈະພົບປະກັບຄູ່ຕຳແໜ່ງອາເມລິກາ Donald Trump ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20) ໃນເດືອນມິຖຸນາ ຈະມາເຖິງ ຢູ່ຍີ່ປຸ່ນ.

        ກ່ອນໜ້ານັ້ນ, ວັນທີ 13 ພຶດສະພາ, ທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ, ທ່ານມີແຜນການພົບປະກັບການນຳລັດເຊຍ ຢູ່ນອກກອງປະຊຸມ G20, ແຕ່ມົດສະກູ ຍັງບໍ່ທັນໄດ້ຮັບຄຳສະເໜີທາງການໃດເທື່ອຈາກຝ່າຍວໍຊິງຕັນ. ທີ່ການພົບປະກັບທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຢູ່ນະຄອນ Sochi ໃນວັນທີ 14 ພຶດສະພາ, ທ່ານປະທານາທິບໍດີ V.Putin ຢືນຢັນ, ມົດສະກູ ປາດຖະໜາຢາກ “ຟື້ນຟູຢ່າງຮອບດ້ານ” ການພົວພັນກັບວໍຊິງຕັນ.

        ແລະກໍ່ໃນວັນດຽວກັນ, ທ່ານ Sergei Naryshkin, ຜູ້ອຳນວຍການອົງການສືບລາຊະການລັບຕ່າງປະເທດຂອງລັດເຊຍ ໃຫ້ຮູ້ວ່າ, ທ່ານໄດ້ສະເໜີກັບທ່ານລັດຖະມົນຕີການຕ່າງປະເທດ Mike Pompeo ກ່ຽວກັບເລື່ອງເຊື່ອມຕໍ່ການພົບປະລະຫວ່າງອົງການປ້ອງກັນຄວາມສະຫງົບ 2 ປະເທດຢູ່ໃນລະດັບສູງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ