ປະທານາທິບໍດີລັດເຊຍຮຽກຮ້ອງບັນດາອົງການປ້ອງກັນຄວາມສະຫງົບຮັບມືກັບການທ້າທາຍໃໝ່

ປະທານາທິບໍດີລັດເຊຍຮຽກຮ້ອງບັນດາອົງການປ້ອງກັນຄວາມສະຫງົບຮັບມືກັບການທ້າທາຍໃໝ່ - ảnh 1
(ປະທານາທິບໍດີ​ລັດ​ເຊຍ Vladimir Putin​)

(vovworld) - ວັນ​ທີ 20/12, ປະທານາທິບໍດີ​ລັດ​ເຊຍ Vladimir Putin​ ໄດ້ຮຽກຮ້ອງ​ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ຮັບ​ມື​ກັບ​ການ​ທ້າ​ທາຍ​ ​ແລະ ການ​ຂົ່ມຂູ່​ໃນ​ປະຈຸ​ບັນ. ການ​ກະທຳ​ນີ້​ດຳ​ເນີນ​ໄປ​ໃນ​ສະພາບ​ທີ່​ການ​ພົວພັນ​ລະຫວ່າງ​ລັດ​ເຊຍ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ພວມ​ເຄັ່ງ​ຕຶງ, ​ເຊິ່ງກ່ຽວຂ້ອງ​ເຖິງ​ວິ​ກິດ​ການ​ຢູ່ ຢູ​ແກຼນ. ປະທານາທິບໍດີ​ Vladimir Putin ​ໄດ້​ຮຽກຮ້ອງ​ຄື​ດັ່ງກ່າວ, ​ເນື່ອງ​ໃນ​ໂອກາດ​ວັນ​ມູນ​ເຊື້ອ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ລັດ​ເຊຍ. ທ່ານ​ເນັ້ນ​ໜັກ​ວ່າ, ການ​ຂົ່ມຂູ່ ​ແລະ ການ​ທ້າ​ທາຍ​ໃນ​ປະຈຸ​ບັນ, ພ້ອມ​ກັບ​ບັນດາ​ປັດ​ໃຈ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ​ທີ່​ຫາ​ກໍ່​ປະກົດ​ນັ້ນ, ​ໄດ້​ຮຽກຮ້ອງ​ໃຫ້​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ຂອງ​ທັງ​ລະບົບ​ບັນດາ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ພາຍ​ໃນ​ປະ​ເທດ. ທ່ານ​ໃຫ້​ຮູ້​ວ່າ, ບັນດາ​ໜ້າ​ທີ່​ຕົ້ນຕໍ​ຂອງ​ລັດ​ເຊຍ​ ​ແມ່ນ​ຕ້ອງ​ຕໍ່ສູ້​ຕ້ານ​ການ​ກໍ່​ການ​ຮ້າຍ​ສາກົນ ​ແລະ “ທຸກ​ກົນອຸບາຍ​ຂອງ​ບັນດາ​ອົງການ​ສອດ​ແນມ​ຕ່າງປະ​ເທດ​ເພື່ອ​ແນ​ໃສ່​ທຳລາຍ​ຜົນ​ປະ​ໂຫຍ​ດທາງ​ການ​ເມືອງ ​ແລະ ​ເສດຖະກິດ​ຂອງ​ລັດ​ເຊຍ“.

ຂ່າວ/ບົດ​ອື່ນ