ປະທານາທິບໍດີລັດເຊຍໃຫ້ສັດຕະຍາບັນສັນຍາຮ່ວມມືກັບຫວຽດນາມໃນຂົງເຂດອາວະກາດ

ປະທານາທິບໍດີລັດເຊຍໃຫ້ສັດຕະຍາບັນສັນຍາຮ່ວມມືກັບຫວຽດນາມໃນຂົງເຂດອາວະກາດ - ảnh 1
ໂຄງການ​ຈັດສັນລະບົບກຳນົດ​ທີ່​ຕັ້ງ GLONASS ຂອງລັດເຊຍ
(ພາບ: The Voice of Russia)


(vovworld) – ທ່ານ​ປະທານາທິບໍດີ ລັດ​ເຊຍ Vladimir Putin ຫາ​ກໍ່​​ໃຫ້​ສັດຕະຍາບັນ​ສັນຍາ​ລະຫວ່າງ​ລັດຖະບານ​ກ່ຽວ​ກັບ​ການ​ຮ່ວມ​ມື​ກັບ ຫວຽດນາມ ​ໃນ​ຂົງ​ເຂດ​ສຳ​ຫຼວດ ​ແລະ ນຳ​ໃຊ້ອາ​ວະ​ກາດ​​ເພື່ອ​ຈຸດປະສົງ​ສັນຕິພາບ. ​ເອກະສານ​ໄດ້​ຮັບ​ການ​ປະກາດ​ເມື່ອ​ວັນ​ທີ 22/7, ​ໃນ​ເວັບ​ໄຊ​ຖານຂໍ້​ມູນ​ນິຕິ​ກຳ​ເປັນ​ທາງ​ການ​ຂອງ​ສະຫະພັນ ລັດ​ເຊຍ. ສັນຍາ​ນີ້​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງລັດຖະບານ​ສະຫະພັນ ລັດ​ເຊຍ ​ແລະ ລັດຖະບານ ຫວຽດນາມ ​​ເມື່ອ​ວັນ​ທີ 7/11/2012 ຢູ່ຮ່າ​​ໂນ້ຍ​ໃນ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ທ່ານ​ນາຍົກລັດຖະມົນຕີ ລັດ​ເຊຍ Dmitry Medvedev. ສັນຍາ​ນີ້​ຈະ​ສ້າງ​ພື້ນຖານ​ຈັດ​ຕັ້ງ ​ແລະ ນິຕິ​ກຳ​ໃຫ້​ແກ່​ການ​ສ້າງ​ໂຄງ​ການ ​ແລະ ພັດທະນາ​ບັນດາ​ໂຄງການ​ຮ່ວມ​ມື​ໃນ​ຂົງ​ເຂດ​ດັ່ງກ່າວ, ສ້າງ​ກຳລັງ​ໜູນ​ໃຫ້ການ​ພັດທະນາ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ແພດ ​ແລະ ຊີວະ​ສາດ​ຈັກກະ​ວານ​.​..​ ສັນຍາສະບັບ​ນີ້​ກໍ່​ໄດ້​ກຳນົດ​ບັນດາ​ບັນຫາ​ປົກ​ປັກ​ຮັກສາ​ສິດ​ຊັບ​ສິນ​ທາງພຸມ​ປັນຍາ​ ​ແລະ ​ແລ​ກປ່ຽນ​ບັນດາ​ຂໍ້​ມູນ​ຂ່າວສານ, ອະນຸຍາດ​ໃຫ້​ຝ່າ​ຍນຳ​​ໃຊ້​ສຸດ​ທ້າຍ ​ແລະ ກຳນົດ​ການ​​​ຈໍລະ​ຈອນ​ສິນຄ້າ ​ແລະ ​ເຕັກ​ໂນ​ໂລ​ຢີ​ໄດ້​ຮັບ​ການ​ປົກ​ປ້ອງ​ໃນ​ອານາ​ເຂດ​ຂອງ​ປະ​ເທດ​ນຳ​ເຂົ້າ​.​.​.​ ຕາມ​ນັ້ນ​ແລ້ວ, ບັນດາ​ສິນຄ້າ​ທີ່​ໄດ້​ນຳ​ເຂົ້າ ສົ່ງ​ອອກ​ລະຫວ່າງ 2 ປະ​ເທດ​ທີ່​ໄດ້ນຳ​ໃຊ້​​ເພື່ອ​ຈຸດປະສົງ​ຮ່ວມ​ມື​ໃນ​ຂົງ​ເຂດ​ອາ​ວະ​ກາດ​ຈະ​ໄດ້​ຮັບ​ການຍົກ​ເວັ້ນພາສີ. ສັນຍາ​ນີ້​ກໍ່​ໄດ້​ຕັ້ງ​ພື້ນຖານ​ໃຫ້​ໂຄງການ​ຈັດສັນລະບົບກຳນົດ​ທີ່​ຕັ້ງ GLONASS ຢູ່​ທັງ 2 ປະ​ເທດ. ນອກ​ຈາກ​ນັ້ນ, ພັນທະ​ການ​ເງິນ​ລະອຽດ​ຂອງ​ບັນດາ​ຝ່າຍ​ເຂົ້າ​ຮ່ວມ​ສັນຍາ​ນີ້​ຈະ​ໄດ້​ກຳນົດ​ຢູ່​ໃນ​ບັນດາ​ຂໍ້​ຕົກລົງ​ເພີ່ມ​ເຕີມ.




ຂ່າວ/ບົດ​ອື່ນ