ປະທານາທິບໍດີສະຫະພາບມຽນມາແລະພັນລະຍາເລີ່ມຕົ້ນການຢ້ຽມຢາມລັດຖະກິດຫວຽດນາມ

ປະທານາທິບໍດີສະຫະພາບມຽນມາແລະພັນລະຍາເລີ່ມຕົ້ນການຢ້ຽມຢາມລັດຖະກິດຫວຽດນາມ - ảnh 1
ປະທານາທິບໍດີສະຫະ​ພາບມຽນມາແລະພັນລະຍາ
ເລີ່ມຕົ້ນການຢ້ຽມຢາມລັດຖະກິດຫວຽດນາມ
(ພາບ: TTXVN)

(vovworld) - ວັນ​ທີ  25/10, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​​ສະ​ຫະ​ພາບມຽນ​ມາ Htin Kyaw ແລະ ພັນ​ລະ​ຍາ ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ທ​າງ​ລັດ​ຖະ​ກິດ​ຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 26 – 28/10, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ.

        ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​​ສະ​ຫະ​ພາບມຽນ​ມາ Htin Kyaw ແລະ ພັນ​ລະ​ຍາ ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ອາ​​ເຢຢາ​ວາ​ດີ - ເຈົ້າ​ພະ​ຍາ - ແມ່​ຂອງ (ACMECS) ຄັ້ງ​ທີ 7 ແລະ ກອງ​ປະ​ຊຸ​ມ​ຂັ້ນ​ສູງ​ຮ່ວມ​ມື ກ​ຳ​ປູ​ເຈຍ - ລາວ - ມຽນ​ມາ - ຫວຽດ​ນາມ (CLMV) ຄັ້ງ​ທີ 8, ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​​ກ່ຽວ​ກັບແມ່​ນ້ຳ​ຂອງ. ການ​ຢ້ຽມ​ຢາມ​ແມ່ນ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ - ມຽນ​ມາ, ພ້ອມ​ທັງ​ກວ​ດ​ກາ​ຄືນ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການ​ຊຸ​ກ​ຍູ້​ການ​ຮ່ວມ​ມື​ປາຍ​ແຫຼມ​ຄື: ທະ​ນາ​ຄານ, ການ​ເງິນ, ທ່​ອງ​ທ່ຽວ ແລະ ການ​ບິນ.

ຂ່າວ/ບົດ​ອື່ນ