ປະທານາທິບໍດີສາທາລະນະລັດຟີລີບປິນສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານາທິບໍດີສາທາລະນະລັດຟີລີບປິນສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ ແລະ
ທ່ານ​ປະທານາທິບໍດີ  ຟີ​ລີບ​ປິນ Rodrigo Duterte ​

(vovworld) - ຕອນ​ຄ່ຳ​ວັນ​ທີ 29/09 ທ່ານ​ປະທານາທິບໍດີ ສາທາລະນະ​ລັດ ຟີ​ລີບ​ປິນ Rodrigo Duterte ​ເດີນທາງ​ອອກ​ຈາກ ຮ່າ​ໂນ້ຍ ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ໃນ​ລະຫວ່າງ​ວັນ​ທີ 28 – 29/09/2016 ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ. ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ປະທານາທິບໍດີ ສາທາລະນະ​ລັດ ຟີ​ລີບ​ປິນ Rodrigo Duterte ​​ໄດ້​ວາງ​ພວງ​ມາລາຢູ່ອະນຸສາວະລີ​ບັນດາ​ນັກຮົບ​ວິລະ​ຊົນ​ທີ່​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ, ພົບ​ປະ​ເຈລະຈາ​ກັບ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈີ່ນ​ດ້າຍ​ກວາງ, ​ເຂົ້າ​ຢ້ຽມ​ຂ່ຳນັບ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຕາມ​ພິທີການ​ທູດ, ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ 2 ຝ່າຍສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ພັດທະນາ​ຢ່າງ​ແຮງ ​ແລ​ະ ມີ​ປະ​ສິດທິ​ຜົນ​ຂອງ​ການ​ພົວພັນ​ຮ່ວມ​ມື ​ແລະ ມິດຕະພາບ​ລະຫວ່າງ 2 ປະ​ເທດ​ໃນ 40 ປີ​ຜ່ານ​ມາ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບ​ສືບ​ຕໍ່​ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ຕັ້ງການ​ພົວພັນ​ທາງ​ການ​ທູດ​ໃນ​ປີ 2016 ​ເປັນ​ຢ່າ​ງດີ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ​ຕ່າງປະ​​ເທດ ​ໂດຍ​ຜ່ານ​ການ​ເພີ່ມ​ທະວີ​ການ​​ແລ​ກປ່ຽນ​ບັນດາ​ການ​ຢ້ຽມຢາມ ​ແລະ ພົບ​ປະ​ຂັ້ນ​ສູງ ​ແລະ ທຸກ​ຂັ້ນ. 2 ຝ່າຍ​ເນັ້ນ​ໜັກ​ວ່າ ຄວນ​ມານະ​ພະຍາຍາມ​ກ່ວາ​ອີກ ​ເພື່ອ​ຂຸດ​ຄົ້ນ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ 2 ປະ​ເທດ​ຢ່າງ​ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ເຂົ້າສານ​ໃນ​ໄລຍະ​ໃໝ່. ຫວຽດນາມ ຈະ​ສະໜອງ​ເຂົ້າສານ​ໃຫ້ ຟີ​ລີບ​ປິນ ​ເປັນ​ປົກກະຕິ ​ແລະ ຍາວ​ນານ. 2 ຝ່າຍ​ເຫັນ​ດີ​ເປັນ​ເອກະສັນ​ສືບ​ຕໍ່​ສົ່ງ​ເສີມ​ບັນດາ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ; ​ແບ່ງປັນ​ຂໍ້​ມູນ​ຂ່າວ​ສານ, ບົດຮຽນ ​ແລະ ການ​ຮ່ວມ​ມືຕໍ່ສູ້​ປ້ອງ​ກັນ​ຕ້ານ​ບັນດາ​ອາດຊະຍາ​ກຳ; ພ້ອມ​ທັງ​ເຈລະຈາ ​ແລະ ​ເຊັນ​ສັນຍາພາ​ຕົວ ​ແລະ ສັນຍາ​ມອບ​ສົ່ງ​ຜູ້​ຖືກ​ຕັດສິນລົງ​ໂທດ​ຈຳ​ຄຸກ​ໂດຍ​ໄວ.

        ຄຽງ​ຂ້າງ​ ການ​ຮ່ວມ​ມື 2 ຝ່າຍ, 2 ຝ່າຍ​ໄດ້​ສຸມ​ໃສ່​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ຊຶ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, 2 ຝ່າຍ​ໃຫ້​ຄຳ​ໝັ້ນ​ສັນຍາ​ຮັກສາ ​ແລະ ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ ​ແລະ ທາ​ງອາກາດ, ກໍ່​ຄືການ​ຄ້າ​ບໍ່​ໃຫ້​ດ້ານ​ການ​ຄ້າ​ຖືກກີດຂວາງ​ໃນ​ພາກ​ພື້ນ, ພິ​ເສດ​ແມ່ນ​ຢູ່​ທະ​ເລ​ຕາ​ເວັນ​ອອກ; ຮຽກຮ້ອງ​ບັນດາ​ຝ່າຍລະງັບ​ໃຈ, ບໍ່​ນາບ​ຂູ່ດ້ວຍກຳລັງ​ອາວຸດ ຫຼື ນຳ​ໃຊ້​ກຳລັງ​ອາວຸດ; ​ເຄົາລົບ​ວິວັດທະນາ​ການດ້ານ​ການ​ທູດ, ນິຕິ​ກຳ​ຢ່າງ​ຄົບ​ຖ້ວນ; ​ແກ້​ໄຂ​ການ​ຂັດ​ແຍ້​ງກັນດ້ວຍ​ສັນຕິ​ວິທີ ບົນ​ພື້ນຖານ​ບັນດາ​ຫຼັກການ​ພື້ນຖານ​ຂອງ​ກົດໝາຍ​ສາກົນ

ຂ່າວ/ບົດ​ອື່ນ