ປະທານາທິບໍດີສ.ເກົາຫຼີອອກຄຳສັ່ງໃຫ້ກອງທັບກຽມພ້ອມການສູ້ຮົບ

ປະທານາທິບໍດີສ.ເກົາຫຼີອອກຄຳສັ່ງໃຫ້ກອງທັບກຽມພ້ອມການສູ້ຮົບ - ảnh 1
ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ Park Geun hye
(ພາບ​ປະ​ກອບ: Yonhap)

(vovworld) - ວັນ​ທີ 29/08, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ Park Geun hye ໄດ້​ອອ​ກ​ຄຳ​ສັ່ງ​ໃຫ້​ກອງ​ທັບ ຮັກ​ສາ​ທ່າ​ກ່ຽມ​ພ້ອມ​ສູ້​ຮົບ​ຢູ່​ໃນລະ​ດັບ​ສູງ​ສຸດ ເພື່ອລະ​ມັດ​ລະ​ວັງ​ບໍ່​ວ່າ​ການ​ກະ​ທຳ​ເກາະ​ຜິດ​ໃດໆ​ຂ​ອງ​ສ​ປ​ປ.ເກົາ​ຫຼີ. ທີ່​ການ​ປະ​ຊຸມ​ກັບ​ບັນ​ດາ​ເລ​ຂາ​​ທິ​ການຂັ້ນ​ສູງ, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun hye ຍັງ​ອອກ​ຄຳ​ສັ່ງ​ໃຫ້​ລັດ​ຖະ​ບານ​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ທີ່ມີ​ປະ​ສິດ​ທິ​ຜົນ ເພື່ອ​ຮັບ​ມື​ກັບ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ນິວ​ເຄຼຍ ແລະ ລູກ​ສອນ​ໄຟ​ທີ່​ພວມ​ເພີ່ມ​ຂຶ້​ນ​ຂອງ​ສ​ປ​ປ.ເກົາ​ຫຼີ.

        ແລະ​ກໍ​ໃນ​ວັນ​ດຽວ​ກັນ, ກະ​ຊວງ​ທ້ອນ​ໂຮມ​ຊາດ ຖື​ວ່າ, ສ​ປ​ປ.ເກົາ​ຫຼີ ອາດ​ຈະ​ມີ​ບັນ​ດາ​ການ​ກະ​ທຳ​ດ້ານ​ການ​ທະ​ຫານ​ຕື່ມ​ອີກ ໃນ​ສະ​ພາບ​ພວມ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ລະ​ຫວ່າງ​ສ.ເກົາ​ຫຼີ - ອາ​ເມ​ລິ​ກາ ທີ່​ມີ​ຊື່​ວ່າ “ຜູ້​ປົກ​ປ້ອງຄວາມ​ເສ​ລີ Ulchi”. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ໂຄ​ສົກ​ກະ​ຊວງ​ທ້ອນ​ໂຮມ​ຊາດ Jeong Joon hee ໃຫ້​ຮ​ູ້​ວ່າ, ສ.ເກ​ົາ​ຫຼີ ພວມ​ຕິດ​ຕາມ​ສະ​ພາບ​ການ​ຢ່າງ​ໃກ້​ຊິດ ແລະ ກະ​ກຽມ​ຮັບ​ມື​ກັບ​ການ​ຜັນ​ແປທຸກ​ຢ່າງທີ່​ຈະ​ເກີດ​ຂຶ້​ນ.

ຂ່າວ/ບົດ​ອື່ນ