ປະທານາທິບໍດີສ.ເກົາຫຼີຮຽກຮ້ອງແກ້ໄຂບັນຫານິວເຄຼຍໃນແຫຼມເກົາຫຼີໂດຍໄວ

ປະທານາທິບໍດີສ.ເກົາຫຼີຮຽກຮ້ອງແກ້ໄຂບັນຫານິວເຄຼຍໃນແຫຼມເກົາຫຼີໂດຍໄວ - ảnh 1
ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye
(ພາບ: Yonhap/TTXVN))

(vovworld) – ວັນ​ທີ 24/9, ທ່ານ​ນາງປະ​ທາ​ນາ​ທິ​ບໍ​ດີ ສ. ເກົາຫຼີ Park Geun – hye ຮຽກ​ຮ້ອງ​​ແກ້​ໄຂ​ຮີບ​ດ່ວນ ບັນ​ຫາ​ນິວ​ເຄຼຍ​ຂອງ ສ​ປ​ປ ເກົາຫຼີ, ຖື​ວ່ານີ້​ແມ່ນ​ບັນ​ຫາ “ນາບ​ຂູ່​ເຖິງ​ສັນ​ຕິ​ພາບ​ໂລກ​ຢ່າງ​ໜັກ​ໜ່ວງ”. ກ່າວ​ຄຳ​ເຫັນ​ທີ່​ວາ​ລະ​ປະ​ຊຸມ​ຂອງ ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຢູ່​ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ທ່ານ​ນາງ Park Geun – hye ຊີ້​ແຈ້ງວ່າ : ໂຄງ​ການ​ນິວ​ເຄຼຍ​ຂອງ ພຽງ​ຢາງ ໄດ້​ລະ​ເມີດ​ສົນ​ທິ​ສັນ​ຍາ​ເກືອດ​ຫ້າມ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ (NPT). ສ​ ເກົາຫຼີ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ໜ​ູນ​ຊ່ວຍ​ພັດ​ທະ​ນາ​ພື້​ນ​ຖານ​ເສດ​ຖະ​ກິດ ສ​ປ​ປ ເກົາຫຼີ ​​ຖ້າ​ຫາກ ພຽງ​ຢາງ ປະ​ລະ​ໂຄງ​ການ​ນິວ​ເຄຼຍ​ຂອງ​ຕົນ.

        ເມື່ອ​ເຕື້ອງ​ເຖິງ​ເຂດ​ປອດ​ການ​ທະ​ຫານ (DMZ) ຢູ່​ເຂ​ດ​ຊາຍ​ແດນ​ລະ​ຫວ່າງ 2 ພາກ ເກົາຫຼີ​, ທ່ານ​ນາງ​ປະ​ທາ​ນາ​ທິ​ບໍ​ດີ Park Geun – hye ຮຽກ​ຮ້ອງ​ໃຫ້ ສ​ປ​ຊ ສຸມ​ໃສ່​ທຸກໆ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສ້າງ​ຕັ້ງ “ສວນ​ສາ​ທາ​ລະ​ນະ​ສັນ​ຕິ​ພາບ​ສາ​ກົນ” ເພື່ອ​ແນ​ໃສ້​ສ້າ​ງ​ເງື່ອນ​ໄຂ​ພົວ​ພັນ​ແລກ​ປ່ຽ​ນ​ປະ​ຊາ​ຊົນ​ກັບ​ການ​ຮ່ວມ​ມື​ຂອງ ສ​ປ​ປ ເກົາ​ຫຼີ, ອາ​ເມ​ລິ​ກາ ແລະ ຈີນ.

ຂ່າວ/ບົດ​ອື່ນ