ປະທານາທິບໍດີອາເມລິກາຄົນໃຫມ່Donald Trump ໄດ້ເຊັນດຳລັດຖະດຳລັດຖອນອອກຈາກສັນຍາTPP

ປະທານາທິບໍດີອາເມລິກາຄົນໃຫມ່Donald Trump ໄດ້ເຊັນດຳລັດຖະດຳລັດຖອນອອກຈາກສັນຍາTPP - ảnh 1
ມື້​ເຮັດ​ວຽກ​ທຳ​ອິດຂອງປ​ະ​ທາ​ນາ​ທິ​ບໍ​ດີອ​າ​ເມ​ລິ​ກາ​
ຄົນ​ໃຫມ່ Donald Trump
ພາບ:TTXVN

(vovworld)- ວັນ​ທີ 23/1, ປ​ະ​ທາ​ນາ​ທິ​ບໍ​ດີອ​າ​ເມ​ລິ​ກາ​ຄົນ​ໃຫມ່ Donald Trump ໄດ້​ເຊັນ​ລັດ​ຖະ​ດຳ​ລັດ​ອຳ​ນາດ​ບໍ​ລິ​ຫານ​ກ່ຽວ​ກັບ​ເລື​່ອງ​ອາ​ເມ​ລິ​ກາ​ຖອນ​ອອກ​ຈາກ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ (TPP) ຢ່າງ​ເປັນ​ທາງ​ການ. ໃນ​ມື້​ເຮັດ​ວຽກ​ທຳ​ອິດ​, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ຄົນ​ໃຫມ່ Donald Trump ໄດ້​ເຊັນ​ລັດ​ຖະ​ດຳ​ລັດ​ດັ່ງ​ກ່າວ, ຜ່ານນັ້ນ ຫັນ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຊື່ງ​ທ່ານ​ໄດ້​ຍົກ​ອອກ​ໃນ​ບັ້ນ​ຫາ​ສຽງ​ເລືອກ​ຕັ້ງ​ໃນ​ປີ 2016 ນັ້ນ​ແມ່ນ ວໍ​ຊີງ​ຕັນ ຈະ​ຖອນ​ອອກ​ຈາກ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃຫມ່​ເມື່ອ​ທ່ານ​ຮັບ​ຫນ້າ​ທີ່​ຄຸ້ມ​ຄອງ​ທຳ​ນ​ຽບ​ຂາວ ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ. ປະ​ທາ​ນາ​ທິ​ບໍ​ດີ Donald Trump ຖື​ວ່າ: TPP ຊື່ງ​ແມ່ນ​ສັນ​ຍາ​ໂດ​ຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ ອາ​ເມ​ລິ​ກາ ແລະ 11 ປະ​ເທດ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ ແມ່ນກໍ່​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ເຂດ​ຜະ​ລິດ​ຂອງ ອາ​ເມ​ລິ​ກາ ແລະ ຍາ​ດ​ແຍ່ງວຽກ​ເຮັດ​ງານ​ທຳ​ຂອງ​ປະ​ຊາ​ຊົນ​ອາ​ເມ​ລິ​ກາ.

TPP ລວມ​ມີ ບັນ​ດາ​ສະ​ມາ​ຊິກ​ຄື: ອົດ​ສະ​ຕາ​ລີ, ບ​ຣູ​ໄນ, ກາ​ນາ​ດາ, ຈີ​ເລ, ຍີ່​ປຸ່ນ, ມາ​ເລ​ເຊຍ, ເມ​ຊີ​ໂກ, ນິວ​ເຊີ​ແລນ, ເປ​ຣູ, ສິງ​ກະ​ໂປ, ອາ​ເມ​ລິ​ກາ ແລະ ຫວຽດ​ນາມ. ອາ​ເມ​ລິ​ກາ ແລະ 11 ປະ​ເທດ​ຄູ່​ຮ່ວມ​ມື​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ TPP ເມື່ອ​ເດືອນ 10/2015. ຂໍ້​ຕົກ​ລົງ​ນີ້​ພວມ​ໃນ​ໄລ​ຍະ 2 ປີ ລໍ​ຖ້າ​ສະ​ພາ​ແຫ່ງ​ຊາດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ໃຫ້​ສັດ​ຕະ​ຍາ​ບັນ. ປະ​ຈຸ​ບັນ ຫລາຍ​ປະ​ເທດ​ສະ​ມາ​ຊິກ TPP ພວມ​ຄິດ​ໄລ່​ຊັ່ງ​ຊາ​ຄວາມ​ສາ​ມາດ​ຜັນ​ຂະ​ຫຍາຍ​ສັນ​ຍານີ້ ຫາກບໍ່​ຕ້ອງ​ການ​ການ​ເຂົ້າ​ຮ່ວມ​ຂອງ ອາ​ເມ​ລິ​ກາ.


ຕອບກັບ

ຂ່າວ/ບົດ​ອື່ນ