ປະທານາທິບໍດີອາເມລິກາລົງນາມໃນລັດຖະດຳລັດຍົກເລີກບັນດານະໂຍບາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

ປະທານາທິບໍດີອາເມລິກາລົງນາມໃນລັດຖະດຳລັດຍົກເລີກບັນດານະໂຍບາຍກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump 
(ພາບ: EPA/TTXVN)

(vovworld) - ​​​ວັນ​ທີ 28/03, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ Donald Trump ໄດ້ລົງ​ນາມ​ໃນ​ລັດ​ຖະ​ດຳ​ລັ​ດ​ຍົກ​ເລີກ​ບັນ​ດາ​ຂໍ້​ກຳ​ນ​ົດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ສະ​ໄໝ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ Barack Obama, ເຊິ່ງ​ອຳ​ນາດ​ການ​ປົກ​ຄອງ​ Trump ເຄ​ີຍ​ຖື​ວ່າ​ໄດ້​ກີດ​ຂວາງ​ຂະ​ແໜງ​ອຸດ​ສາ​ຫະ​ກຳຂຸດ​ຄົ້​ນ​ຖ່ານ​ຫີນ ແລະ ນ້ຳ​ມັນບໍ່. ກ່າວ​ຄຳ​ເຫັນ​ກ່ອນ​ທີ່​ລົງ​ນາມ​ໃນ​ລັດ​ຖະ​ດຳ​ລັດ, ທ່ານ Trump ຖະ​ແຫຼງວ່າ ຈະ​ຢຸ​ດ​ຕິ “ສົງ​ຄາມ​ຖ່ານ​ຫີນ”. ທ່ານປະ​ທາ​ນາ​ທິບ​ໍ​ດີ​ອາ​ເມ​ລິ​ກາ ​ຖືວ່າ ນີ້​ແມ່ນ​ບາດ​ກ້າວ​ປະ​ຫວັດ​ສາດ, ເພື່ອ​ແນ​ໃສ່​ຍົກ​ເລີກ​ບັນ​ດາ​ຮົ້ວ​ກີດ​ຂວາງ​ສຳ​ລັບ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ​ຂອງ​ອາ​ເມ​ລິ​ກາ, ຕ່າວ​ປີ້​ນ​ການ​ແຊກ​ແຊງ​ຂອງ​ລັດ​ຖະ​ບານ, ແກ້​ໄຂ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ເຮັດ​ໃຫ້​ປະ​ຊາ​ຊົນ​ຫຼາຍ​ຄົນ​ບໍ່​ມີ​ວຽກ​ເຮັດ​ງານ​ທຳ. ຕາມ​ລັດ​ຖະ​ດຳ​ລັດ​ດັ່ງ​ກ່າວ, ອຳ​ນາດ​ການ​ປົກ​ຄອງ​ Trump ຈະຢຸດ​ຕິ, ຍົກ​ເລີກ ຫຼື ພິ​ຈາ​ລະ​ນ​າ​ຄືນ​ບັນ​ດາ​ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ້ອ​ງ​ເຖິງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ເພື່ອ​ແນ​ໃສ່​ຊຸກ​ຍູ້​ພື້ນ​ຖານ​ອຸດ​ສາ​ຫະ​ກຳ​ພະ​ລັງ​ງານ ​ແຮ່​ທາດຢູ່​ພາຍ​ໃນ​ປະ​ເທດ.

ຂ່າວ/ບົດ​ອື່ນ