ປະທານາທິບໍດີອາເມລິກາອະນຸຍາດເປີດກ້ວາງສິດອຳນາດຂອງບັນດາຜູ້ບັນຊາການກຳລັງທະຫານຢູ່ອາບການິສຖານ.

ປະທານາທິບໍດີອາເມລິກາອະນຸຍາດເປີດກ້ວາງສິດອຳນາດຂອງບັນດາຜູ້ບັນຊາການກຳລັງທະຫານຢູ່ອາບການິສຖານ.  - ảnh 1
ປະ​ທ​ານາ​ທິບໍ​ດີ​ອາ​ເມ​ລິ​ກາ Barack Obama


(vovworld)- ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານ​ໜຶ່ງຂອງອາ​ເມ​ລິ​ກາ​ໃຫ້​ຮູ້​ວ່າ : ປະ​ທ​ານາ​ທິບໍ​ດີ​ອາ​ເມ​ລິ​ກາ Barack Obama ໄດ້​ອະ​ນຸ​ມັດ​ຜ່ານແຜນ​ການ​ເປີດ​ກ້​ວາງ​ສິດ​ອຳ​ນາດ​ຂອງ​ບັນ​ດາ​ຜູ້​ບັນ​ຊາ​ການ​ກຳ​ລັງ​ທະ​ຫານ​ອາ​ເມ​ລິ​ກາ​ໃນ​ການ​ໜູນ​ຊ່ວຍກຳ​ລັງ​ອາບ​ກາ​ນິ​ສ​ຖານ ຍູ້​ຖອຍ​ບັນ​ດາ​ມື​ປືນ ຕາ​ລີ​ບານ ພາຍຫຼັງ​ພາ​ລ​ະ​ກຳ​ເຂົ້າ​ຮ່ວມ​ການ​ສູ້​ຮົບ​ຂອງ​ອາ​ເມ​ລິ​ກາ ແລະ ກຸ່ມ​ NATO ສິ້ນ​ສຸດ​ລົງ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ 12 ນີ້. ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ທ່ານນີ້ ຢືນ​ຢັນ​ວ່າ ກຳ​ລັງ​ອາ​ເມ​ລິ​ກາ​ຈະ​ບໍ່​ດຳ​ເນີນ​ການ​ບຸກ​ໂຈ​ມ​ຕີ​ບັນ​ດາ​ເປົ້າ​ໝາຍ​ເຂົ້​າ​ຮ່ວມການ​ສູ້​ຮົບ ເພາະ​ເຂົາ​ເຈົ້າ​ແມ່ນ​ສະ​ມາ​ຊິກ​ຂອງ​ຕາ​ລີ​ບານ, ແຕ່​ໃນ​ກໍ​ລະ​ນີບັນ​ດາ​ສະ​ມາ​ຊິກ​ຂອງ​ຕາ​ລີ​ບານ​ນາມ​ຂູ່​ອາ​ເມ​ລິ​ກາ ແລະ ກຳ​ລັງ​ທະ​ຫານ​   ປະ​ສົ​ມຢູ່​ອາບ​ກາ​ນິ​ສ​ຖານໂດຍ​ກົງ​, ບັນ​ດາ​ເປົ້າ​ໝາຍ​ໜູນ​ຊ່ວຍ​ເຄືອ​ຂ່າຍ​ອານ​ກີ​ດາ​ໂດຍ​ກົງ​ນັ້ນ, ກຳ​ລັງ​ອາ​ເມ​ລິ​ກາ​ຈະມີ​ມາດ​ຕະ​ການ​ທີ່​ເໝາະ​ສົມ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ຊາວ​ອາ​ເມ​ລິ​ກາ . 

ຂ່າວ/ບົດ​ອື່ນ