ປະທານາທິບໍດີອາເມລິກາໃຫ້ຄຳໝັ້ນສັນຍາສະກັດກັ້ນໂລກລະບາດEbola

ປະທານາທິບໍດີອາເມລິກາໃຫ້ຄຳໝັ້ນສັນຍາສະກັດກັ້ນໂລກລະບາດEbola - ảnh 1
(ພາບປະກອບຈາກAFP - TTXVN)

(vovworld) – ວັນ​ທີ 16/9, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຢັ້ງຢືນວ່າ ​ໂລກ​ລະບາດ Ebola ພວ​ມກາຍ​ເປັນ​ໄພ​ນາບ​ຂູ່​ຕໍ່ທົ່ວ​ໂລກ, ​ທ່ານໃຫ້​ຄຳ​ໝັ້ນ​ສັນຍາ​ພ້ອມ​ກັບ​ປະຊາ​ຄົມ​ໂລກ​ສະ​ກັດ​ກັ້ນ​ໂລກລະບາດ​ທີ່​ເຮັດ​​ໃຫ້​ນັບ​ພັນ​ຄົນ​ເສ​ຍຊີວິດ. ທ່ານ Obama ກ່າວ​ເຕື່ອນວ່າ ຖ້າ​ຫາກ​ໂລກລະບາດ Ebola ບໍ່​ໄດ້​ຮັບ​ການ​ຮ່ວມ​ມື​ຮ່ວມ​​ໃຈ​ສະກັດ​ກັ້ນຈາກປະຊາ​ຄົມ​ໂລກ​ໃນ​ທັນ​ທີນັ້ນ, ປະຊາຊົນ​ນັບ​ແສນ​ຄົນອາດ​ຈະ​ຖືກ​ຕິດ​ແປດ, ກໍ່​ໃຫ້​ເກີ​ດຜົນ​ເສຍ​ຫາຍ​ອັນ​ໃຫຍ່​ຫຼວງ​ກ່ຽວ​ກັບ​ດ້ານ​ເສດຖະກິດ, ການ​ເມືອງພ້ອມ​ກັບ​ຄວາ​ມໝັ້ນຄົງ​ແຫ່ງ​ຊາດ​ຂອງ​ທຸກໆ​ປະ​ເທດ. ຕາມ​ທ່ານ Obama ​ແລ້ວ, Ebola ​ໄດ້​ກາຍ​ເປັນ​ໄພ​ອັນຕະລາຍທົ່ວ​ໂລກ, ດັ່ງ​ນັ້ນ​ຕ້ອງ​ມີ​ຄວາມ​ມານະພະ​ຍາ​ຍາມ​ຮັບ​ມື ​ແລະ ສະກັດ​ກັ້ນ​ລວມຂອງ​ທົ່ວ​​ໂລກ. ຕາມ​ຜູ້ນຳ​ໜ້າ​ທຳນຽບຂ່າວ ​ໃຫ້​ຄຳ​ໝັ້ນ​ສັນຍາວ່າ ອາ​ເມ​ລິ​ກາ ຈະ​ມານ​ະພະຍາຍາມ ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ໜູນ​ຊ່ວຍ​ບັນດາ​ລັດຖະບານ ​ແລະ ບັນດາ​ລະບົບ​​ເບິ່ງ​ແຍ​ງຮັກສາ​ສຸຂະພາບ​ຂອງ​ບັນດາ​ປະ​ເທດ ອາບຟຣີກາ​ ຕາ​ເວັນ​ຕົກ, ພິ​ເສດ​ແມ່ນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ ຍ້ອນ​ໂລກລະບາດ​ນີ້​ຄື: Liberia, Sierra Leone ​ແລະ​ Guinea.


ຂ່າວ/ບົດ​ອື່ນ