ປະທານາສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະ2ຝ່າຍຢູ່ນອກກອງປະຊຸມສຸດຍອດບັນດານັກສ້າງກົດໝາຍ

ປະທານາສະພາແຫ່ງຊາດຫງວຽນຊິງຮຸ່ງພົບປະ2ຝ່າຍຢູ່ນອກກອງປະຊຸມສຸດຍອດບັນດານັກສ້າງກົດໝາຍ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​
ພົບ​ປະ​ກັບ​ຫົວໜ້າ​ກຳະການກຳມາທິການ​ປະຈຳ​ສະພາ​ແຫ່ງ​ຊາດຈີນ)


(vovworld) – ​ເນື່ອງ​ໃນ​ໂອກາດ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ບັນດາປະທານ​ສະພາ​ແຫ່ງ​ຊາດ​ໃນ​ໂລກ ຄັ້ງ​ທີ 4, ຕອນ​ເຊົ້າ​ວັນ​ທີ 01/09 (ຕາມ​ເວລາ​ຫວຽດນາມ), ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ພົບ​ປະ​ຄັ້ງ​ຕ່າງ​ໆ​ກັບ​ທ່ານຫົວໜ້າ​ກຳະການກຳມາທິການ​ປະຈຳ​ສະພາ​ແຫ່ງ​ຊາດຈີນ ຈາງ​ເຕື໋ອ​ແຈງ, ທ່ານ​ປະທານ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ຊຸ​ດທີ 70 Mogens Lykketoft, ທ່ານ​ປະທານສະຫະພັນ​ລັດຖະສະພາ​ສາກົນ Saber Chowdhury, ທ່ານ​ປະທານ​ສະພາ​ຕໍ່າ​ເບ​ລາຣຸດ Vladimir Andreichenko, ຢູ່​ສຳນັກງານ​ສະຫະ​ປະຊາ​ຊາດ, ທີ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ.

ທີ່​ການ​ຕ້ອນຮັບທ່ານ​ ຈາງ​ເຕື໋ອ​ແຈງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ໜັກ​ວ່າ: ສະພາ​ແຫ່ງ​ຊາດ​ຫວຽດນາມ ປາດ​ຖະໜາຢາກ​ພ້ອມ​ກັບ​ສະພາ​ແຫ່ງ​ຊາດ​ຈີນ​ ​ເປີດ​ກວ້າງ​ການ​ແລກປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ​ເພີ່ມ​ທະ​ວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ, ບົດຮຽນ​ປະຕິບັດ​ງານ. ພ້ອມ​ທັງ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ສະໜັບສະໜູນ​ເຊິ່ງກັນ​ ແລະ​ ກັນ​​ໃນ​ບັນ​ດາ​ເວທີ​ປາ​ໄສ​ລັດຖະສະພາລະຫວ່າງ​ຊາດ​​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ, ກໍ​ຄື​ເພີ່ມ​ທະ​ວີ​ຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈ ​ແລະ ຄວາມ​ສາມັກຄີ​ລະຫວ່າງ 2 ຝ່າ​ຍ… ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ເໜີ​ໃຫ້ 2 ຝ່າຍ​ເຄົາລົບ​ບັນດາ​ຂໍ້​ຕົກລົງ ​ແລະ ຄວາມ​ຮັບ​ຮູ້​ລວ​ມຂອງ​ການ​ນ້ຳ​ຂັ້ນ​ສູງ 2 ພັກ, 2 ລັດ ກ່ຽວ​ກັບ​ການ​ຄອບ​ຄຸມ​ຄວາມ​ບໍ່​ລົງ​ລອຍ​ກັນ​ບົນ​ທະ​ເລ, ບໍ່​ມີ​ການ​ກະທຳ​ເຮັດ​ໃຫ​​້ສະພາບ​ການ​ສັບສົນ​ຂຶ້ນ​ຕື່​ມ, ​ເປິ​ດກວ້າງ​ການ​ຂັດ​ແຍ້ງກັນ, ພ້ອມ​ກັນ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ. 2 ຝ່າຍ​ຕ້ອງ​ປະຕິບັດ​ “ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫຼັກການ​ພື້ນຖານ​ຊີ້​ນຳ​ການ​ແກ້​ໄຂ​ບັນຫາ​ບົນ​ທະ​ເລ​ຫວຽດນາມ - ຈີນ” ​ແລະ “ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ຝ່າ​ຍຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ” (DOC) ຢ່າງ​ເຂັ້ມ​ງວດ, ຄົບ​ຖ້ວນ ​ແລະ ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

ທີ່​ການ​ຕ້ອນຮັບ​ທ່ານປະທານ​ສະມັດ​ຊາ​ໃຫຍ່​ສະຫະ​ປະຊາ​ຊາດ​ Mogens Lykketoft, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ​ ປາດ​ຖະໜາ​ວ່າ, ​ຈິດ​ໃຈ​ຂອງ​ຖະ​ແຫຼ​ງການ​ຮ່າ​ໂນ​້ຍ, ຈະ​ໄດ​້ສ່ອງ​ແສງ​ໃນ​ເອກ​ະສານ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ສະຫະ​ປະຊາ​ຊາດ ​ເມື່ອ​ຮັບຮອງ​ເອ​ົາ​ໂຄງການ​ດຳ​ເນີນ​ງານ​ພັດທະນາ​ພາຍຫຼັງ​ປີ 2015 ຈະ​ມາ​ເຖິງ. ທ່ານ​ປະທານ Mogens Lykketoft ປາດ​ຖະໜາ​ວ່າ, ສະພາ​ແຫ່ງ​ຊາດ ຫວຽດນາມ ສືບ​ຕໍ່​ຮ່ວມ​​ເດີນທາງ ​ແລະ ປະກອບສ່ວນ​​ຫຼາຍ​ກວ່າ​ອີກເຂົ້າ​ໃນ​ການ​ປະຕິບັດ​ບັນ​ດາ​ຄາດໝາຍ​ລວມຂອງ​ສະຫະ​ປະຊາ​ຊາດ​, ​ເພື່ອ​ສັນ​ຕິ​ພາບ​ ​ແລະ ວັດ​ຖະນາ​ຖາ​ວອນ ​​ຢູ່​ພາກ​ພື້ນ ​ແລ​ະ ​ໃນ​​ໂລກ.

ທີ່​ການ​ຕ້ອນຮັບສະຫະພັນ​ລັດຖະສະພາ​ສາກົນ Saber Chowdhury, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິ​ງຮຸ່ງ ​ໃຫ້​ຮູ້​ວ່າ, ​ເພື່ອ​ປະກອບສ່ວນ​ເຂົາ​ໃນ​ວິວັດ​ການ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ​ພາຍຫຼັງ​ປີ 2015 ​ແລະ ບັນດາ​ຄາດໝາຍ​ພັດທະນາ​ຢ່າງ​ໝັ້ນ​ຄົງ, ສະພາ​ແຫ່ງ​ຊາດ ຫວຽດນາມ ​ຈະ​ດຳ​ເນີນ​ການ​ປະກາດ​ໃຊ້, ປັບປຸງ, ​ເພີ່​ມ​ເຕີມ ບັນດາ​ເອກ​ະສານ​ດ​້ານກົດໝາຍ​ທີ່​ກ່ຽວ​​ຂ້​ອງໂດຍ​ກົງ​ເຖິງການ​ຊຸກຍູ້​ປະຕິບັດ​ໂຄງການ​ນີ້. ສ່ວນ​ທ່ານ Saber Chowdhury ປາດ​ຖະໜາວ່າ, ສະພາ​ແຫ່ງ​ຊາດ​ຫວຽດນາມ ສືບ​ຕໍ່ປະກອບສ່ວນ​ເຂົາ​ໃນ​ວິວັດ​ການ​ເຄື່ອນ​​ໄຫວ​ຂອງ IPU ​ໃນ​ອະນາຄົດ​ໃຫ້​ຫຼາຍ​ກວ່າ​ອີກ.

ແລະ​ກໍ​ໃນ​ວັນ​ດຽວ​ກັນ, ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບທ່ານ​ປະທານ​ສະພາ​ຕໍ່າ​ເບ​ລາຣຸດ Vladimir Andreichenko, ການ​ນຳ 2 ທ່ານ​ລ້ວນ​ແຕ່​ຖື​ວ່າ: 2 ຝ່າ​ຍຕ້ອງ​ຕັ້ງໜ້າ​ຍູ​້​ແຮງ​ການ​ພົວພັນ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ກວ່າ​ອີກ. ທ່ານ Vladimir Andreichenko ສະ​ເໜີ​ຕ້ອງ​ຍູ້​​ແຮງ​ການ​ແລກປ່ຽນ​ບົດຮຽນ​ລະຫວ່າງ​ອົງການ​ສ້າງ​ກົດໝາຍ​ຂອງ 2 ປະ​ເທດ​ກວ່າ​ອີກ, ກໍ​ຄື​ເພີ່ມ​ທະວີ​ການ​ແລກປ່ຽນ​ຂໍ້​ມູນ​ຂ່າວ ​ແລະ ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ​ແລະ​ກັນ​ໃນ​ບັນ​ດາ​ຂົງ​ເຂດ​ນິຕິບັນຍັດ, ຕິດຕາມ​ກວດກາ, ຊຸກຍູ້ບັນດາ​ລາຍການ, ​ໂຄງການ​ຮ່ວມ​ມື​ລະຫວ່າງລັດຖະບານ 2 ປະ​ເທດ ​ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ​ແລະ ມີ​ປະສິດທິ​ຜົນ​ກວ່າ.

ຂ່າວ/ບົດ​ອື່ນ