ປະທານແນວໂຮມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ພົບປະຊາວໜຸ່ມ, ນັກສຶກສາ

(VOVWORLD) - ຕອນບ່າຍວັນທີ 25 ມິຖຸນາ, ຢູ່ຮ່າໂນ້ຍ, ປະທານແນວໂຮມ 3 ປະເທດ ຫວຽດນາມ - ກຳປູເຈຍ - ລາວ ໄດ້ພົບປະກັບຊາວໜຸ່ມ, ນັກສຶກສາດີເດັ່ນຂອງ 3 ປະເທດ. 
ປະທານແນວໂຮມ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ພົບປະຊາວໜຸ່ມ, ນັກສຶກສາ - ảnh 1 ການມອບທຶນສຶກສາໃຫ້ບັນດານັກສຶກສາດີເດັ່ນ

ທ່ານ ເຈ່ີນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຢືນຢັນເຖິງຄວາມສະໜິດຕິດພັນ, ຄວາມໝັ້ນແກ່ຂອງແນວໂຮມປະເທດຊາດ 3 ປະເທດໃນໄລຍະຕ່າງໆ ເພື່ອພ້ອມກັນຕ້ານສັກຕູລວມ, ປະກອບສ່ວນສ້າງເປັນມູນເຊື້ອສາມັກຄີ, ມິດຕະພາບ, ການຮ່ວມມືຮອບດ້ານ, ສະໜິດຕິດພັນພ້ອມກັນພັດທະນາ:

        “ລຸ້ນໜຸ່ມ ແມ່ນເຈົ້າຂອງໃນອະນາຄົດຂອງແຕ່ລະປະເທດ, ເປັນຜູ້ຂຽນຕໍ່ໜ້າປະຫວັດສາດແຫ່ງມູນເຊື້ອສາມັກຄີ, ມິດຕະພາບອັນດີງາມຂອງປະຊາຊົນ 3 ປະເທດ ຫວຽດນາມ, ກຳປູເຈຍ ແລະ ລາວ. ພວກຂ້າພະເຈົ້າເຊື່ອໝັ້ນ ແລະ ຫວັງວ່າ: ຊາວໜຸ່ມ 3 ປະເທດ ມີຄວາມຮັບຮູ້ເລິກເຊິ່ງບົດບາດ, ພາລະກິດ ແລະ ຄວາມຮັບຜິດຊອບຂອງຕົນເພື່ອບຳລຸງລ້ຽງໃຫ້ພວກນ້ອງມີຄວາມໃຝ່ຝັນອັນໃຫຍ່ຫຼວງ, ມີນ້ຳໃຈມິດຕະພາບທີ່ຈິງໃຈ, ຄວາມເຊື່ອໝັ້ນຢ່າງເລິກເຊິ່ງ, ພ້ອມກັບສູ້ຊົນເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງ 3 ປະເທດ.”

        ທີ່ງານພົບປະແລກປ່ຽນ, ທ່ານ ເຈ່ີນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ທ່ານນາງ Men Som An, ຮອງນາຍົກລັດຖະມົນຕີ, ປະທານສະມາຄົມມິດຕະພາບ ກຳປູເຈຍ - ຫວຽດນາມ ແລະ ທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ໄດ້ສະເໜີໃຫ້ລຸ້ນໜຸ່ມ ຫວຽດນາມ, ລາວ, ກຳປູເຈຍ ຝຶກຝົນຫຼໍ່ຫຼອມ, ຄຸນສົມບັດຄວາມເກັ່ງກ້າສາມາດຢ່າງບໍ່ຢຸດຢັ້ງ, ເສີມຂະຫຍາຍຫົວຄິດປະດິດສ້າງ ແລະ ອຸທິດສ່ວນກຳລັງໜຸ່ມແໜ້ນຂອງຕົນເພື່ອພ້ອມກັນຮ່ວມມື, ປະກອບສ່ວນໃຫ້ແກ່ປະເທດຊາດ ແລະ ອະນາຄົດອັນສົດໄສຂອງແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ