ປະທານແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຕ້ອນຮັບເອກອັກຄະລັດຖະທູດຈີນປະຈຳຫວຽດນາມ

ປະທານແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຕ້ອນຮັບເອກອັກຄະລັດຖະທູດຈີນປະຈຳຫວຽດນາມ - ảnh 1
ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ຫງວຽນ​ທ້ຽນ​ເຍີນຕ້ອນຮັບ​ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​ຫວຽດນາມ
(ພາບ: VGP/Từ Lương)

(vovworld) – ຕອນ​ບ່າຍ​ວັນ​ທີ 29/7, ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ ຈີນ ຝູງ​ຊ໋າວຢຸ້ງ ​ເຂົ້າ​ຢ້ຽມ​ຂຳ່ນັບ​ເນື່ອງ​ໃນ​ໂອກ​າດ​ເລີ່​ມປະຕິບັດ​ໜ້າທີ່​ການ​ທູດ​ຢູ່ ຫວຽດນາມ, ທ່ານ​ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ຫວຽ​ດນາມ ​ແລະ ຈີນ ​ແມ່ນ 2 ປະ​ເທດ​ບ້ານ​ໃກ້​ເຮືອ​ນຄຽງ, ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ່​ຖື​ການ​ພົວພັນ​ຖານ​ບ້ານ​​ໃກ້​ເຮືອ​ນຄຽງ​, ການ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ປະຊາຊົນ 2 ປະ​ເທດ​ເປັນ​ສຳຄັນ. ຫວຽດນາມ​ປາດ​ວ່າ “ຈີນ ຖື​ການ​ພັດທະນາ​ຂອງ ຫວຽດນາມ ກໍ່​ແມ່ນ​ໂອກາດ​ພັດທະນາ​ຂອງ​ຕົນ ​ແລະ ການ​ພັດທະນາ​ຂອງ ຫວຽດນາມ ກໍ່​ແມ່ນ​ການ​ພັດທະນາ​ຂອງ ຈີນ”. ທ່ານ ຫງວຽນ​ທ້ຽນ​ເຍີນ ຫວັງ​ວ່າ: ທ່ານ​ເອກ​ອັກຄະ​ລັດຖະທູດ ຝູງ​ຊ໋າວຢຸ້ງ ຈະ​ເສີມ​ຂະຫຍາຍ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່ສຳຄັນ, ປະກອບສ່ວນຢ່າງ​ແທດ​ຈິງ​ເຂົ້າ​ໃນ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ພັກ, 2 ລັດ ​ໃນ​ໄລຍະ​ຈະ​ມາ​ເຖິງ.

    ສ່ວນ​ທ່ານ​ເອກ​ອັກຄະ​ລັດຖະທູດ ຝູງ​ຊ໋າວຢຸ້ງ ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາ​ດຮອບດ້ານ ຈີນ - ຫວຽດນາມ, ສືບ​ຕໍ່​ພັດທະນາຢ່າງ​ເໝາະ​ສົມ​ກັບ​ຜົນ​ປະ​ໂຫຍ​ດກໍ່​ຄື​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເຂົ້າ​ໃນ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ວັດທະນາ​ຖາວອນ​ຂອງ​ພາກ​ພື້ນ.



ຂ່າວ/ບົດ​ອື່ນ