ປະສິດທິຜົນຈາກຮູບແບບການສອນ ແລະ ຮຽນພາສາ ຫວຽດ ໃຫ້ແກ່ນັກຮຽນ, ນັກສຶກສາລາວ

(VOVWORLD) - ພາຍຫຼັງການຮັບນັກສຶກສານັ້ນ, ພວກນ້ອງຈະໄດ້ເຂົ້າຮ່ວມຊຸດຮຽນພາສາ ຫວຽດ ໂດຍບັນດາຄູອາຈານວິຊາພາສາ ຫວຽດ, ພະແນກວັນນະຄະດີສິດສອນ.

ໂດຍໄດ້ຮັບການຜັນຂະຫຍາຍຈາກສົກຮຽນ 2015 – 2016, ຮູບແບບການສອນ ແລະ ຮຽນພາສາ ຫວຽດ ຢູ່ມະຫາວິທະຍາໄລ ໄຕບັກ (ແຂວງ ເຊີນລາ) ພວມເສີມຂະຫຍາຍຢ່າງມີປະສິດທິຜົນຢ່າງແທດຈິງໃນການຍົກສູງຄຸນນະພາບການບຳລຸງສ້າງນັກຮຽນ, ນັກສຶກສາລາວ. ໃນສົກຮຽນ 2018 – 2019, ມະຫາວິທະຍາໄລ ໄຕບັກ ສືບຕໍ່ໄດ້ຮັບນັກຮຽນ, ນັກສຶກສາ ລາວ ມາຮ່ຳຮຽນ ແລະ ຄົ້ນຄ້ວາປະມານ 100 ຄົນຂັ້ນມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລ, ຍົກຈຳນວນນັກສຶກສາມາຮ່ຳຮຽນຢູ່ໂຮງຮຽນຂຶ້ນເຖິງ 750 ຄົນ. ພາຍຫຼັງການຮັບນັກສຶກສານັ້ນ, ພວກນ້ອງຈະໄດ້ເຂົ້າຮ່ວມຊຸດຮຽນພາສາ ຫວຽດ ໂດຍບັນດາຄູອາຈານວິຊາພາສາ ຫວຽດ, ພະແນກວັນນະຄະດີສິດສອນ. ໝາກຜົນການຕີລາຄາຄວາມສາມາດດ້ານພາສາ ຫວຽດ ຂອງນັກຮຽນ, ນັກສຶກສາ ລາວ ໃນໄລຍະຜ່ານມາໄດ້ສະແດງໃຫ້ເຫັນຄຸນນະພາບການບຳລຸງສ້າງໃຫ້ນັກສຶກສາ ລາວ ມີການປັບປຸງຢ່າງເຫັນໄດ້ຊັດ. ອາຈານ ໂດ໋ຮົ່ງດຶກ, ຫົວໜ້າຫ້ອງການບຳລຸງສ້າງຂັ້ນມະຫາວິທະຍາໄລ, ມະຫາວິທະຍາໄລ ໄຕບັກ, ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ໂຮງຮຽນຈະສືບຕໍ່ປະຕິບັດຫຼາຍມາດຕະການຍົກສູງຄຸນນະພາບບຳລຸງສ້າງໃຫ້ນັກສຶກສາ ລາວ ຢ່າງຄົບຊຸດ. ໂຮງຮຽນ ແລະ ສະມາຄົມນັກສຶກສາ ຈະສືບຕໍ່ຄົ້ນຄ້ວາ, ສ້າງເນື້ອໃນ ແລະ ຮູບການສິດສອນ ແລະ ຮ່ຳຮຽນພາສາ ຫວຽດ ໃຫ້ພວກນ້ອງເປັນຫຼາຍຮູບຫຼາຍແບບ.

ຕອບກັບ

ຂ່າວ/ບົດ​ອື່ນ