ປະເທດ ຝລັ່ງ ສະເຫຼີມສະຫຼອມວັນຊາດໃນບັນຍາກາດລໍຄອຍຂັນຄຳບານເຕະໂລກ

(VOVWORLD) - ປະຊາຊົນນັບພັນໆຄົນ ໃນນັ້ນມີແຂກທ່ອງທ່ຽວໄດ້ເຕົ້າໂຮມຢູ່ລຽບຕາມເສັ້ນທາງຫຼວງ Champs Elysees ເພື່ອຕິດຕາມການສວນສະໜາມດ້ວຍຂະໜາດໃຫຍ່ເຊິ່ງມີການເຂົ້າຮ່ວມຂອງທະຫານ 4.290, ຍານພະຫະນະ 220 ຄັນ, ໂຕມ້າ 250 ໂຕ, ເຮືອບິນສູ້ຮົບ 64 ລຳ ແລະ ເຮືອບິນ ເອລີກອບເຕີ 30 ລຳ.
ປະເທດ ຝລັ່ງ ສະເຫຼີມສະຫຼອມວັນຊາດໃນບັນຍາກາດລໍຄອຍຂັນຄຳບານເຕະໂລກ - ảnh 1 ການສວນສະໜາມສະເຫຼີມສະຫຼອງວັນຊາດຂອງ ຝລັ່ງ

ເຮືອບິນສູ້ຮົບໃນທ້ອງຟ້າ, ການສວນສະໜາມດ້ວຍຂອບຂະໜາດໃຫຍ່, ທຸງຊາດ ແລະ ດອກໄມ້ໄດ້ປະກົດມີໃນຖະໜົນສາຍຕ່າງໆ ແມ່ນຮູບພາບນະຄອນຫຼວງ ປາຣີ, ປະເທດ ຝລັ່ງ ໃນວັນຊາດ 14 ກໍລະກົດ. ປະຊາຊົນນັບພັນໆຄົນ ໃນນັ້ນມີແຂກທ່ອງທ່ຽວໄດ້ເຕົ້າໂຮມຢູ່ລຽບຕາມເສັ້ນທາງຫຼວງ Champs Elysees ເພື່ອຕິດຕາມການສວນສະໜາມດ້ວຍຂະໜາດໃຫຍ່ເຊິ່ງມີການເຂົ້າຮ່ວມຂອງທະຫານ 4.290, ຍານພະຫະນະ 220 ຄັນ, ໂຕມ້າ 250 ໂຕ, ເຮືອບິນສູ້ຮົບ 64 ລຳ ແລະ ເຮືອບິນ ເອລີກອບເຕີ 30 ລຳ.

        ວັນຊາດ ຝລັ່ງ ປີນີ້ດ້ວຍຫົວຂໍ້ວ່າ “ນ້ຳໃຈອ້າຍນ້ອງໃນກອງທັບ”, ພິທີສວນສະໜາມມີການເຂົ້າຮ່ວມຂອງສາລະວັດທະຫານ ແອດສະປາຍ, ບັນດາລົດຫຸ້ນເກາະຂອງ ແບນຊິກ ແລະ ເຮືອບິນຂົນສົ່ງການທະຫານ A400M ຂອງກອງທັບອາກາດ ເຢຍລະມັນ. ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນຊາດ ຝລັ່ງ ພ້ອມກັບທ່ານປະທານາທິບໍດີ ຝລັ່ງ Emmanuel Macron ມີແຂກກິຕິມະສັກ 2 ທ່ານນັ້ນແມ່ນທ່ານນາຍົດລັດຖະມົນຕີ  ສິງກະໂປ ຫຼີຊຽນຫຼົງ ແລະ ທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Taro Kono. ໃນຂະນະນັ້ນ, ປະຊາຊົນ ຝລັ່ງ ພວມລໍຄອຍ “ງານລ້ຽງ” ອາດຈະຈັດຕັ້ງເປັນເວລາຫຼາຍມື ຖ້າຫາກວ່າທີມບານເຕະ ຝລັ່ງ ໄຊຊະນະຕໍ່ທີບບານເຕະ Croatia ໃນຮອບຊິງຊະນະເລີດ World Cup ໃນວັນທີ 15 ກໍລະກົດ.

ຕອບກັບ

ຂ່າວ/ບົດ​ອື່ນ