ປາປົວນິວກີເນ ຮັດແໜ້ນຄວາມໝັ້ນຄົງຮັບໃຊ້ APEC

(VOVWORLD) - ມີພົນທະຫານປະມານ 4.000 ຄົນ, ເຄິ່ງໜຶ່ງໃນຈຳນວນນັ້ນແມ່ນກຳລັງຕ່າງປະເທດ, ຈະສົມທົບກັບຕຳຫຼວດລາດຕາເວນນັບຮ້ອຍໆຄົນຢູ່ນະຄອນຫຼວງ Port Moresby.

ປາປົວນິວກີເນ ໄດ້ຜັນຂະຫຍາຍບັນດາກ່ຳປັ່ນສູ້ຮົບ, ເຮືອບິນສູ້ຮົບ ແລະ ບັນດາກຳລັງທະຫານພິເສດຕ້ານກໍ່ການຮ້າຍທີ່ມາຈາກຫຼາຍປະເທດເພື່ອຮັບປະກັນຄວາມໝັ້ນຄົງຢ່າງສູງສຸດໃຫ້ແກ່ການນຳບັນດາພື້ນຖານເສດຖະກິດໂລກເຂົ້າຮ່ວມເວທີປາໄສຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC), ໄດ້ຮັບການຈັດຕັ້ງໃນອາທິດນີ້ຢູ່ນະຄອນຫຼວງ Port Moresby. ມີພົນທະຫານປະມານ 4.000 ຄົນ, ເຄິ່ງໜຶ່ງໃນຈຳນວນນັ້ນແມ່ນກຳລັງຕ່າງປະເທດ, ຈະສົມທົບກັບຕຳຫຼວດລາດຕາເວນນັບຮ້ອຍໆຄົນຢູ່ນະຄອນຫຼວງ Port Moresby. ລັດຖະບານ ປາປົວນິວກີເນ ໄດ້ສະເໜີໃຫ້ອົດສະຕາລີ, ອາເມລິກາ ແລະ ນິວຊີແລນ ໜູນຊ່ວຍດ້ານຄວາມໝັ້ນຄົງ.

        ຄາດວ່າ, ກອງປະຊຸມຂັ້ນສູງ APEC ຈະດຳເນີນຮອດວັນທີ 17 ພະຈິກ, ດ້ວຍການເຂົ້າຮ່ວມຂອງການນຳທີ່ມາຈາກ 21 ພື້ນຖານເສດຖະກິດສະມາຊິກ, ໃນນັ້ນມີທ່ານປະທານປະເທດ ຈີນ ສືຈິ້ນຜິງ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ແລະ ທ່ານຮອງປະທານາທິບໍດີ  ອາເມລິກາ Mike Pence. ຕາມການຄາດຄະເນແລ້ວ, ມີຜູ້ແທນ 15.000 ທ່ານຈະເຂົ້າຮ່ວມກອງປະຊຸມ.

ຕອບກັບ

ຂ່າວ/ບົດ​ອື່ນ