ປາແລດສະຕີນ ກ່າວເຕືອນຈະຢຸດຕິການພົວພັນກັບ ອາເມລິກາ ໄວ້

(VOVWORLD) - ກ່ອນໜ້ານັ້ນ, ໃນວັນດຽວກັນ, ກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ຫ້ອງການຜູ້ຕາງໜ້າ PLO ປະຈຳ ວໍຊີງຕັນ ຈະຖືກປິດປະຕູ.

ປາແລດສະຕີນ ກ່າວເຕືອນຈະຢຸດຕິການພົວພັນກັບ ອາເມລິກາ ໄວ້ - ảnh 1

ຫ້ອງການ PLO ປະຈຳນະຄອນຫຼວງ ວໍຊິງຕັນ 

ໃນຖະແຫຼງການເມື່ອວັນທີ 18 ພະຈິກ, ທ່ານເລຂາທິການໃຫຍ່ອົງການປົດປ່ອຍ ປາແລດສະຕີນ (PLO) Saeb Erekat ຖະແຫຼງວ່າ, ປະແລດສະຕີນ ຈະຢຸດຕິການພົວພັນກັບ ອາເມລິກາ ຖ້າຫາກວ່າ ປະເທດນີ້ປິດປະຕູຫ້ອງການຜູ້ຕາງໜ້າຂອງ PLO ປະຈຳນະຄອນຫຼວງ ວໍຊິງຕັນ.

        ກ່ອນໜ້ານັ້ນ, ໃນວັນດຽວກັນ, ກະຊວງການຕ່າງປະເທດ ອາເມລິກາ ຢັ້ງຢືນວ່າ ຫ້ອງການຜູ້ຕາງໜ້າ PLO ປະຈຳ ວໍຊີງຕັນ ຈະຖືກປິດປະຕູ. ວົງການເຈົ້າໜ້າທີ ວໍໍຊິງຕັນ ຖືວ່າ ປາແລດສະຕີນ ໄດ້ລະເມີດກົດໝາຍຂອງອາເມລິກາ ດ້ວຍເລື່ອງຮຽກຮ້ອງນຳ ອິດສະຣາແອນ ຂຶ້ນສານອາຍາສາກົນ (ICC) ເພື່ອພິພາກສາ. ປະຈຸບັນ, ຍັງບໍ່ທັນຮູ້ວ່າ, ເວລາ ໃດຫ້ອງການຕາງໜ້າ PLO ຈະຖືດປິດປະຕູ. ນີ້ແມ່ນຄັ້ງທຳອິດ ອາເມລິກາ ປະຕິບັດການກະທຳນີ້ນັບແຕ່ຊຸມປີ 1980 ເປັນຕົ້ນມາ.

ຕອບກັບ

ຂ່າວ/ບົດ​ອື່ນ