ປ່ຽນແປງໃໝ່ເຕັກໂນໂລຢີມຸ່ງໄປສູ່ການພັດທະນາຂະແໜງນໍ້າຫວຽດນາມແບບຍືນຍົງ

(VOVWORLD) -ເປົ້າໝາຍຂອງກອງປະຊຸມສໍາມະນາຄັ້ງນີ້ ແມ່ນຍົກອອກບັນດາວິທີການແກ້ໄຂຢ່າງຄົບຊຸດ, ໝູນໃຊ້ເຂົ້າໃນແຕ່ລະໄລຍະໃຫ້ແກ່ວຽກງານຄຸ້ມຄອງຂະແໜງນໍ້າຫວຽດນາມ, ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງນໍ້າ ຢູ່ຫວຽດນາມ
ປ່ຽນແປງໃໝ່ເຕັກໂນໂລຢີມຸ່ງໄປສູ່ການພັດທະນາຂະແໜງນໍ້າຫວຽດນາມແບບຍືນຍົງ - ảnh 1“ກອງປະຊຸມສໍາມະນາເຕັກໂນໂລຢີ ແລະ ເຊື່ອມຕໍ່ວິສາຫະກິດ” ຈັດຂຶ້ນ ຢູ່ຮ່າໂນ້ຍ (ພາບ:moitruongvadothi.vn)

ໃນຂອບເຂດ “ເວທີປາໄສຂະແໜງນໍ້າ ເຢຍລະມັນ - ຫວຽດນາມ ຢູ່ນະຄອນ ຮ່າໂນ້ຍ”, ຕອນເຊົ້າວັນທີ 20 ມີນາ, ຢູ່ຮ່າໂນ້ຍ, ສະມາຄົມສະໜອງ ແລະ ລະບາຍນໍ້າ ຫວຽດນາມ (VWSA) ແລະ ສະມາຄົມຮ່ວມມືຂະແໜງນໍ້າ ເຢຍລະມັນ (GWP) ໄດ້ສົມທົບກັນຈັດຕັ້ງ “ກອງປະຊຸມສໍາມະນາເຕັກໂນໂລຢີ ແລະ ເຊື່ອມຕໍ່ວິສາຫະກິດ”. ເປົ້າໝາຍຂອງກອງປະຊຸມສໍາມະນາຄັ້ງນີ້ ແມ່ນຍົກອອກບັນດາວິທີການແກ້ໄຂຢ່າງຄົບຊຸດ, ໝູນໃຊ້ເຂົ້າໃນແຕ່ລະໄລຍະໃຫ້ແກ່ວຽກງານຄຸ້ມຄອງຂະແໜງນໍ້າຫວຽດນາມ, ປະກອບສ່ວນແກ້ໄຂບັນດາສິ່ງທ້າທາຍທີ່ກ່ຽວຂ້ອງເຖິງນໍ້າ ຢູ່ຫວຽດນາມ; ພ້ອມທັງຊຸກຍູ້ ແລະ ດຶງດູດແຫຼ່ງເງິນລົງທຶນໂດຍກົງຈາກປະເທດ ເຢຍລະມັນ ເຂົ້າຮ່າໂນ້ຍ; ໜູນຊ່ວຍການເຊື່ອມຕໍ່ວິສາຫະກິດຂອງສອງຝ່າຍ ໄດ້ມີໂອກາດຊອກຮູ້ ແລະ ກໍາໄດ້ຄວາມຕ້ອງການຂອງຕະຫຼາດນໍ້າ.

        ທີ່ກອງປະຊຸມສໍາມະນາ, ຕາງໜ້າສະຖານທູດ ເຢຍລະມັນ ປະຈໍາຫວຽດນາມ, ບັນດາອົງການຈັດຕັ້ງ, ສະຫະສະມາຄົມ, ວິສາຫະກິດ ທີ່ເຄື່ອນໄຫວໃນຂົງເຂດສະໜອງ - ລະບາຍນໍ້າຂອງຫວຽດນາມ ແລະ ເຢຍລະມັນ... ໄດ້ຍົກອອກສິ່ງທ້າທາຍ, ຄວາມຫຍຸ້ງຍາກ ກ່ຽວກັບ ເຕັກໂນໂລຢີ ບໍາບັດນໍ້າຢູ່ຫວຽດນາມ; ພ້ອມທັງແບ່ງປັນບົດຮຽນເຊິ່ງກັນແລະກັນກ່ຽວກັບເຕັກໂນໂລຢີສະໜອງນໍ້າ ແລະ ລະບາຍນໍ້າເສຍ.

ຕອບກັບ

ຂ່າວ/ບົດ​ອື່ນ