ຜູ້ກຳກັບການສະແດງຟິມຮູບເງົາ“ກົງ: ເກາະກະໂຫຼກຫົວ” ກາຍເປັນທູດທ່ອງທ່ຽວຫວຽດນາມ


ຜູ້ກຳກັບການສະແດງຟິມຮູບເງົາ“ກົງ: ເກາະກະໂຫຼກຫົວ” ກາຍເປັນທູດທ່ອງທ່ຽວຫວຽດນາມ - ảnh 1
​ທ່ານ Jordan Vogt – Roberts ຜູ້​ກຳ​ກັບ​ການ​ສະ​ແດງ​ຟິມ​ຮູບ​ເງົາ “ ກົງ: ເກາະ​ກະ​ໂຫຼກ​ຫົວ”  (ຜູ້​ຈົ່ງ​ໜວດ)

(vovworld)- ​ທ່ານ Jordan Vogt – Roberts ຜູ້​ກຳ​ກັບ​ການ​ສະ​ແດງ​ຟິມ​ຮູບ​ເງົາ “ ກົງ: ເກາະ​ກະ​ໂຫຼກ​ຫົວ” ກາຍ​ເປັນ​ທູດ​ທ່ອງ​ທ່ຽວ​ຫວຽດ​ນາມອາ​ຍຸ​ການ 2017-2020. ຕາມ​ຂໍ້​ຕົກ​ລົງ​ຂອງ​ລັດ​ຖະ​ມົນ​ຕີ​ກະ​ຊວງວັດ​ທະ​ນະ​ທຳກິ​ລາ ແລະ ທ່ອງ​ທ່ຽວ​ແລ້ວ, ທ່ານ Jordan Vogt – Roberts ​ທູດ​ທ່ອງ​ທ່ຽວ​ຫວຽດ​ນາມ ຄາດ​ວ່າ ຈະ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ, ສົ່ງ​ເສີມ​ການ​ທ່ອງ​ທ່ຽວ​ຫວຽດ​ນາມ​ໂດຍ​ຜ່ານ​ບັນ​ດາ​ການ​ເຄື່ອ​ນໄຫວສື່ມວນຊົນ, ສິ​ລະ​ປະ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ​ອື່ນໆ​ກັບ​ມວນ​ຊົນ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ມອບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ ເມື່ອ​ຕອນ​ບ່າຍ​ວັນ​ທີ 13/3, ທ່ານ Jordan Vogt – Roberts ເວົ້າ​ວ່າ : (ເທບ)

     “ ຄວາມ​ຮູ້​ສຶກ​ຂອງ​ຂ້າ​ພະ​ເຈົ້າເມື່ອ​ໄດ້​ຮັບ​ຂໍ້​ຕົກ​ລົງ​ແຕ່ງ​ຕັ້ງ​ເປັນ​ທູດ​ທ່ອງ​ທ່ຽວ​ຫວຽດ​ນາມ​ຂອງ ກະ​ຊວງວັດ​ທະ​ນະ​ທຳກິ​ລາ ແລະ ທ່ອງ​ທ່ຽວແມ່ນ​ເປັນ​ໜ້າ​ຕົກ​ສະ​ເງີ້ ແລະ ເອກ​ອ້າງ​ທະ​ນົງ​ໃຈ. ຂ້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຍ້ອນ​ເປັນ​ຜູ້​ທີ່​ມີ​ກຽດ ແລະ ມີ​ໂອ​ກາດ​ໄດ້​ແນະ​ນຳ​ກ່ຽວ​ກັບ​ປະ​ເທດ​ຊາດ, ປະ​ຊາ​ຊົ​ນ ແລະ ມູນ​ເຊືອ​ອັນ​ດີ​ງາມ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຂອງ​ຫວຽດ​ນາມ. ໄລ​ຍະ​ຖ່າຍ​ທຳ​ຟິມ​ຮູບ​ເງົາ “ ກົງ: ເກາະ​ກະ​ໂຫຼກ​ຫົວ”, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ປະ​ຈັກ​ຕາ​ປະ​ເທດ​ຫວຽດ​ນາມ​ສວຍ​ສົດ​ງົດ​ງາມ, ຂ້າ​ພະ​ເຈົ້າ​ມີ​ຄວາມ​ສຸກ​ແທ້​ຍ້ອນ ​​ກາຍ​ເປັນທູດ​ທ່ອງ​ທ່ຽວ​ຫວຽດ​ນາມ”
ຂ່າວ/ບົດ​ອື່ນ