ຜູ້ດຳເນີນການບຸກໂຈມຕີຢູ່ Strasbourg ຖືກຕັດສິນລົງໂທດຢູ່ ຝລັ່ງ, ເຢຍລະມັນ ແລະ ສະວິດຫຼາຍເທື່ອແລ້ວ

(VOVWORLD) - ຕົວການຊື່ວ່າ Cherif Chekatt ພວມຖືກໄລ່ຈັບຖືກຕັດສິນລົງໂທດຢູ່ ຝລັ່ງ, ເຢຍລະມັນ ແລະ ສະວິດ ຫຼາຍເທື່ອ.
ຜູ້ດຳເນີນການບຸກໂຈມຕີຢູ່ Strasbourg ຖືກຕັດສິນລົງໂທດຢູ່ ຝລັ່ງ, ເຢຍລະມັນ ແລະ ສະວິດຫຼາຍເທື່ອແລ້ວ - ảnh 1 ພາບປະກອບ

ກ່ຽວຂ້ອງເຖິງເຫດຍິງປືນທີ່ເກີດຂຶ້ນໃນຕອນຄ່ຳວັນທີ 11 ທັນວາ, ຢູ່ເຂດຕະຫຼາດຄຼິດສະມາດຢູ່ນະຄອນ Strasbourg, ທາງຕາເວັນອອກຂອງປະເທດ ຝລັ່ງ, ເຈົ້າໜ້າທີ່ໄອຍະການທ່ານໜຶ່ງໃຫ້ຮູ້ວ່າ: ຕົວການຊື່ວ່າ Cherif Chekatt ພວມຖືກໄລ່ຈັບຖືກຕັດສິນລົງໂທດຢູ່ ຝລັ່ງ, ເຢຍລະມັນ ແລະ ສະວິດ ຫຼາຍເທື່ອ.

        ຕາມນັກໄອຍະການ Remy Heitz ແລ້ວ, ຜູ້ດຳເນີນການຍິງປືນຢູ່ Strasbourg ຖືກຕັດສິນລົງໂທດ 27 ຄັ້ງທັງຢູ່ ຝລັ່ງ, ເຢຍລະມັນ ແລະ ສະວິດ.

        ເຫດການຍິງປືນຢູ່ Strasbourg, ເຮັດໃຫ້ 3 ຄົນເສຍຊີວິດ ແລະ ອີກ 13 ຄົນຖືກຮັບບາດເຈັບ. ໃນວັນທີ 12 ທັນວາ, ທ່ານ Laurent Nunez, ຮອງລັດຖະມົນຕີກະຊວງພາຍໃນ ຝລັ່ງ ໄດ້ປະກາດວ່າ ເຈົ້າໜ້າທີ່ປະເທດນີ້ໄດ້ປະກາດໃຊ້ຄຳສັ່ງຫ້າມປະຊາຊົນເຕົ້າໂຮມກັນເປັນຈຳນວນຫຼາຍຄົນຢູ່ Strasbourg ຊົ່ວຄາວ.

        ທີ່ກ່ຽວຂ້ອງເຖິງເຫດຍິງປືນເກີດຂຶ້ນຢູ່ເຂດຕະຫຼາດຄຼິດສະມາດຢູ່ນະຄອນ Strasbourg, ປະເທດ ຝລັ່ງ ໃນວັນທີ 11 ທັນວາ 2018, ພາຍຫຼັງທີ່ໄດ້ຮັບຂ່າວກ່ຽວກັບເຫດການດັ່ງກ່າວ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຮຽກຮ້ອງໃຫ້ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ ຕິດຕໍ່ພົວພັນກັບບັນດາອົງການກ່ຽວຂ້ອງປະເທດປະຈຳຖິ່ນ ເພື່ອຊອກຮູ້ຂໍ້ມູນຂ່າວກ່ຽວກັບເຫດການ ແລະ ໄດ້ຮູ້ວ່າ: ໃນຈຳນວນຜູ້ເສຍຊີວິດ ແລະ ຖືກບາດເຈັບນັ້ນບໍ່ມີຜູ້ໃດແມ່ນພົນລະເມືອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ