ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆສະ​ເຫຼີ​ມ ສະຫຼອງວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ


ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆສະ​ເຫຼີ​ມ ສະຫຼອງວັນ​ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ - ảnh 1

(ພາບປະກອບ: quatest1.com.vn  )

(vovworld) – ​ເພື່ອ​ມຸ່ງ​ໄປ​ສູ່​ພິທີ​ສະ​ເຫຼີ​ມສະຫຼອງ 67 ປີ​ແຫ່ງ​ວັນ ທະຫານ​ເສຍ​ອົງຄະ, ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ (27/7/1947-27/7/2014), ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວທີ່​ແທດ​ຈິງ​ຫຼາຍ​ຢ່າງ​​ໃນ​ວຽກ​ງານ​ນະ​ໂຍບາຍ, ​ເພື່ອ​ແນ​ໃສ່​ຕອບ​ບຸນ​ແທນ​ຄຸນ, ​ແບ່ງປັນ, ລະດົມ​ກຳລັງ​ໃຈທະຫານ​ເສຍ​ອົງຄະ, ຄອບຄົວ​ນັກຮົບ​ເສຍ​ສະຫລະ​ຊີວິດ​ເພື່ອ​ຊາດ. ​ໃນ​ໂອກາດ​ນີ້, ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້ອອກ​ຈຳນວນ​ເງິນ​ເກືອບ 1 ຕື້ 700 ລ້ານ​ດົ່ງ​ເພື່ອ​ຢື້​ຢາມ​ຖາມ​ຂ່າວ​ບັນດາ​ທະຫານ​ເສຍ​ອົງຄະ, ທະຫານ​ເຈັບ​ປ່ວຍ​ໜັກ​ພວມ​ໄດ້​ຮັບ​ການ​ປິ່ນປົວ​ພະຍາດ, ລ້ຽງ​ດູ​ຢູ່​ສູນ​ປິ່ນປົວ​ພະຍາດ, ຄອບຄົວ​ນັກຮົບ​ເສຍ​ສະຫລະ​ຊີວິດ​ເພື່ອ​ຊາດ, ​ແມ່​ຫວຽດນາມ ວິລະ​ຊົນ, ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ. ກະຊວງ​ປ້ອງ​ກັນ​ປະ​ເທດສົມທົບ​ກັບ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ກະຊວງ​ຕຳຫຼວດ, ໜັງສືພິມ​ປະຊາຊົນ ​ແລະ ​ແຂວງ​ກວາງ​ນາມ ຈັດ​ກອງ​ປະຊຸມ​ພົບ​ປະ​ສ້າງສັນ, ຍ້ອງຍໍ​ສັນລະ​ເສີນຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດທົ່ວ​ປະ​ເທດ​ປີ 2014. ກະຊວງ​ປ້ອງ​ກັນ​ປະ​ເທດ ຍັງ​ໄດ້​ບຸລິມະ​ສິດ​ຄັດ​ເລືອກ​ເອົາ​ລູກ​ຫຼານຂອງທະຫານ​ເສຍ​ອົງຄະ, ຄອບຄົວ​ນັກຮົບ​ເສຍ​ສະຫລະ​ຊີວິດ​ເພື່ອ​ຊາດ, ຄອບຄົວຜູ້​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດ​ເຂົ້າ​ເຮັດ​ວຽກ​ຢູ່​ບັນດາ​ອົງການ​ຂຶ້ນ​ກັບ​ກະຊວງ./.

ຂ່າວ/ບົດ​ອື່ນ