ຜັນຂະຫຍາຍລາຍການ ເຄື່ອນໄຫວຕິດຕາມ ກວດກາຂອງສະພາ ແຫ່ງຊາດ ປີ 2015


ຜັນຂະຫຍາຍລາຍການ ເຄື່ອນໄຫວຕິດຕາມ ກວດກາຂອງສະພາ ແຫ່ງຊາດ ປີ 2015 - ảnh 1 

(ພາບປະກອບ: dangcongsan.vn)

(vovworld)- ​ ຕອນ​ເຊົ້າ​ວັນ​ທີ 17/12, ຢູ່​ຮ່າ​​ໂນ້ຍ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ​ໄດ້​ຈັດ​ກອງ​ປະຊຸມຜັນ​ຂະຫຍາຍ​ລາຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ແລະ ວຽກ​ງານ​ປະສານ​ສົມທົບ​ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ປີ 2015. ທີ່​ການ​ປະຊຸມ, ຜູ້ຕາງໜ້າ​ສະພາ​ຊົນ​ເຜົ່າ, ບັນດາ​ຄະນະ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​, ບັນດາ​ກະຊວງ, ຂະ​ແໜງ​ການ, ອົງການ​ທີ່​ກ່ຽວຂ້ອງ​ໄດ້​ລາຍ​ງານ​ລະດັບ​ຄວາມ​ໄວ, ວຽກ​ງານ​ກະກຽມ​ເພື່ອ​ຜັນ​ຂະຫຍາຍ​ມະຕິ​ຂອງ​ສະພາ​ແຫ່ງ​ຊາດ, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດກ່ຽວ​ກັບລາຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ​ປີ 2015. ທ່ານ​ຮິງອກ​ເຊີນ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ສະ​ເໜີ: ສະພາ​ຊົນ​ເຜົ່າ, ບັນດາ​ຄະນະ​ກຳມາ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ຕ້ອງ​ຮີບ​ເຮັ່ງສ້າງ​ລາຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ, ການ​ເຄື່ອນ​ໄຫວ​ອະພິປາຍ​ຂອງ​ຕົນ​ໃນ​ປີ 2015 ​ສຳ​ເລັດ. ບັນດາ​ອົງການ​ຂອງ​ສະພາ​ແຫ່ງ​ຊາດ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ສົມທົບ​ກັບ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ອົງການ​ກວດ​ຊອບ​ບັນຊີ​ແຫ່ງ​ລັດ ​ໃນ​ການ​ຜັນ​ຂະຫຍາຍ, ປະຕິບັດການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາ. ຍົກ​ສູງ​ຄຸນ​ນະພາ​ບການ​ຕິດຕາມ​ກວດກາ​ໃນ​ການ​ແກ້​ໄຂ​ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ, ການ​ຮ້ອງທຸກ, ຮ້ອງ​ຟ້ອງ​ຂອງ​ພົນລະ​ເມືອງ, ຕິດຕາມ​ກວດກາ​ການ​ປະກາດ​ໃຊ້​ເອະ​ສານ​ກົດໝາຍ./.

ຂ່າວ/ບົດ​ອື່ນ