ຜັນຂະຫຍາຍໂຄງການປີທ່ອງທ່ຽວແຫ່ງຊາດ 2018

(VOVWORLD) -ວັນທີ 23 ຕຸລາ, ຄະນະປະຕິບັດງານຂອງກົມໃຫຍ່ການທ່ອງທ່ຽວ ຫວຽດນາມ ໄດ້ເຮັດວຽກກັບ ຄະນະກຳມະການປະຊາຊົນ ແຂວງກວາງນິງ ກ່ຽວກັບການຜັນຂະຫຍາຍໂຄງການປີທ່ອງທ່ຽວແຫ່ງຊາດ 2018 ຮ້າລອງ - ກວາງນິງ.
ຜັນຂະຫຍາຍໂຄງການປີທ່ອງທ່ຽວແຫ່ງຊາດ 2018 - ảnh 1

ຜັນຂະຫຍາຍໂຄງການປີທ່ອງທ່ຽວແຫ່ງຊາດ 2018

(ພາບ: baoquangninh.com.vn)

ປີທ່ອງທ່ຽວແຫ່ງຊາດ 2018 - ຮ້າລອງ, ກວາງນິງ ມີຫົວຂໍ້ “ຮ້າລອງ - ມໍລະດົກ, ສິ່ງມະຫັດສະຈັນ - ຈຸດນັດພົບທີ່ສະໜິດສະໝົມ” ຊຶ່ງລວມມີເຫດການທີ່ດຳເນີນຕະຫຼອດປີ 2018 ເຖິງເດືອນ 01 – 2019 100 ເຫດການ. ໃນນັ້ນ ແຂວງ ກວາງນິງ ຈະເປັນເຈົ້າພາບຈັດຕັ້ງບັນດາເຫດການໃຫຍ່ຄື ພິທີປະກາດ, ເປີດ, ປິດ, ໂຄງການ Carnaval Sun Ha Long 2018; ພິທີເປີດເວທີປາໄສການທ່ອງທ່ຽວ ອາຊຽນ ATF 2019; ການແຂ່ງຂັນກິລາກອບ Ha Long FLC 2019 ເປີດກວ້າງ. ເພື່ອກະກຽມໃຫ້ປີທ່ອງທ່ຽວແຫ່ງຊາດ 2018, ແຂວງກວາງນິງ ໄດ້ແຕ່ງຕັ້ງຄະນະຈັດຕັ້ງຂັ້ນແຂວງ ແລະ ສະເໜີ ກົມໃຫຍ່ການທ່ອງທ່ຽວສ້າງ, ປະກາດໃຊ້ແຜນການ ແລະ ໂຄງການລະອຽດຂອງປີທ່ອງທ່ຽວແຫ່ງຊາດ 2018 ໂດຍໄວ.

        ປີທ່ອງທ່ຽວແຫ່ງຊາດ 2018 ແມ່ນເຫດການທີ່ມີຂອບຂະໜາດລະດັບຊາດຊາດ ແລະ ສາກົນ, ນີ້ແມ່ນໂອກາດດີເພື່ອໂຄສະນາເຜີຍແຜ່, ສົ່ງເສີມການທ່ອງທ່ຽວ ດັ່ງນັ້ນ, ແຂວງກວາງນິງ ຈະສົມທົບກັບບັນດາອົງການຂອງກົມໃຫຍ່ການທ່ອງທ່ຽວຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍວຽກງານໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ