ຜົນງານຈາກການຊີ້ນຳຢ່າງຖືກທິດ, ການບໍລິຫານຢ່າງມີໄຫວພິບ

(VOVWORLD) - ໃກ້ຈະໝົດປີ 2018. ຮອດຈຸດເວລານີ້, ບັນດາຜົນງານດ້ານເສດຖະກິດ - ສັງຄົມທີ່ບັນລຸໄດ້ໃນ 9 ເດືອນຜ່ານມາພວມສ້າງຄວາມພາກພູມໃຈໃຫ້ແກ່ປະຊາຊົນ, ວິສາຫະກິດ ແລະ ບັນດາການນຳ. ຍ້ອນໝາກຜົນທີ່ບັນລຸໄດ້ນັ້ນ, ໄດ້ສະແດງໃຫ້ເຫັນສະພາບການຂອງປະເທດຊາດໃນບັນດາຂົງເຂດໄດ້ພັດທະນາຖືກທິດ.

ນີ້ກໍ່ແມ່ນກຳລັງກະຕຸກຊຸກຍູ້ເພື່ອໃຫ້ ຫວຽດນາມ ປະຕິບັດສຳເລັດໜ້າທີ່ພັດທະນາຂອງທັງປີ 2018, ແມ່ນປະຖົມປັດໄຈສະດວກໃຫ້ແກ່ເປົ້າໝາຍຂອງປີ 2019.

        ເສດຖະກິດ ຫວຽດນາມ ໃນ 9 ເດືອນຜ່ານມາມີການເຕີບໂຕດີພໍສົມຄວນໃນບັນດາຂົງເຂດຕາມທິດພັດທະນາລົງເລິກ ແລະ ໝັ້ນຄົງ. ຂະແໜງການຜະລິດປຸງແຕ່ງສືບຕໍ່ໄດ້ຮັບການເປີດກ້ວາງ, ການຜະລິດກະສິກຳເພີ່ມຂຶ້ນສູງ, ຂະແໜງການບໍລິການເປັນປົກກະຕິ, ການໃຊ້ສອຍພາຍໃນປະເທດໄດ້ຮັບການຮັກສາເປັນຢ່າງດີ, ມີການລົງທຶນຢ່າງຫຼວງຫຼາຍຂອງບັນດາວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ວິສາຫະກິດພາຍໃນປະເທດ.

ຜົນງານຈາກການຊີ້ນຳຢ່າງຕິດແທດ ແລະ ເລິກເຊິ່ງເຖິງຖອງ

       ຕົວເລກການເຕີບໂຕໃນ 9 ເດືອນຂອງປີ 2018 ແມ່ນຕົວເລກສູງສຸດໃນ 8 ປີຜ່ານມາ. ຕາມບັນດານັກຊ່ຽວຊານເສດຖະກິດແລ້ວ, ສິ່ງດັ່ງກ່າວບໍ່ສ້າງຄວາມປະຫຼາດໃຈຍ້ອນວ່າ ກ່ອນອື່ນໝົດ, ຫວຽດນາມ ໄດ້ຮັກສາດ້ານເສດຖະກິດມະຫາພາກເປັນປົກກະຕິ ຕາມທິດນັບມື້ນັບຈະແຈ້ງ, ມີຄວາມແຕກຕ່າງຢ່າງເຫັນໄດ້ຊັດ. ນີ້ແມ່ນຄວາມຈິງທີ່ວິສາຫະກິດຮັບຮູ້ໄດ້ກໍ່ຄືການຕີລາຄາຂອງບັນດາອົງການສາກົນ. ທ່ານ ຫງວຽນດິ່ງກຸງ, ຫົວໜ້າສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງໃຫ້ຂໍ້ສັງເກດວ່າ:

        “2 ປັດໄຈມີລັກສະນະພື້ນຖານນັ້ນແມ່ນປັດໄຈຊຸກຍູ້ ເພື່ອບັນລຸໄດ້ການເຕີບໂຕ. ແລະ ການເຕີບໂຕບັນລຸໄດ້ດ້ວຍວິທີນັ້ນຈະມີສະຖຽນລະພາບ, ໝັ້ນຄົງ, ການເຕີບໂຕຈາກການປ່ຽນແປງມີລັກສະນະພື້ນຖານຂອງພື້ນຖານເສດຖະກິດ.”

        ໃນພື້ນຖານການພັດທະນາລວມຂອງພື້ນຖານເສດຖະກິດ ອາດຈະເຫັນໄດ້ຢ່າງຈະແຈ້ງປະສິດທິຜົນຈາກການສ້າງໂຄງປະກອບເສດຖະກິດໃນກະສິກຳ. ໃນ 2 ປີມານີ້, ມີການເຕີບໂຕເກືອບ 4%, ພິເສດແມ່ນມີການປ່ຽນແປງຫຼາຍດ້ານກ່ຽວກັບຄຸນນະພາບ, ກ່ຽວກັບໂຄງປະກອບຜະລິດຕະພັນ, ລະອຽດທີ່ສຸດແມ່ນໃນການສົ່ງອອກຜະລິດຕະພັນກະເສດຂອງ ຫວຽດນາມ.

        ການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ກໍ່ມີການປ່ຽນແປງກ່ຽວກັບດ້ານຄຸນນະພາບໃນການປ່ຽນແປງວິທີການຄຸ້ມຄອງຂອງວິສາຫະກິດ ແລະ ການປ່ຽນແປງໂຄງປະກອບການລົງທຶນຂອງວິສາຫະກິດ. ຢູ່ໃນລະດັບໃດໜຶ່ງ, ການຫັນເປັນຫຸ້ນສ່ວນ ພິເສດແມ່ນການຫັນບັນດາວິສາຫະກິດໃຫຍ່ເປັນຫຸ້ນສ່ວນ ໄດ້ມີໝາກຜົນທີ່ເຫັນໄດ້ຊັດ. ຈຸດພົ້ນເດັ່ນອີກອັນໜຶ່ງແມ່ນການເຕີບໂຕຂອງອຸດສາຫະກຳ, ພິເສດແມ່ນອຸດສາຫະກຳປຸງແຕ່ງ. ທ່ານ ຫງວຽນດິ່ງກຸງ, ຫົວໜ້າສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງ ຖືວ່າ:

        “ດ້ວຍບັນດາປັດໄຈຄືແນວນັ້ນ ອາດຈະເຫັນໄດ້ວິທີການເຕີບໂຕມີການປ່ຽນແປງ. ການເຕີບໂຕໂດຍບໍ່ອີງໃສ່ການຂຸດຄົ້ນບໍ່ແຮ່, ບໍ່ອີງໃສ່ການເປີດກ້ວາງການສະໜອງເງິນຕາ ຫາກໄດ້ອີງໃສ່ການສະໜອງຂອງພື້ນຖານເສດຖະກິດ, ອີງໃສ່ການເພີ່ມສະມັດຕະພາບແຮງງານ ແລະ ເພີ່ມປະສິດທິຜົນການນຳໃຊ້ແຫລ່ງກຳລັງ.”

ເລືອກເຟັ້ນຖືກຕ້ອງ, ການບໍລິຫານມີໄຫວພິບ

       ຕາມທ່ານ ຫງວຽນແອັງເຢືອງ, ຫົວໜ້າຄະນະນະໂຍບາຍເສດຖະກິດມະຫາພາກ ຂອງສະຖາບັນຄົ້ນຄ້ວາການຄຸ້ມຄອງເສດຖະກິດສູນກາງ ແລ້ວ, ໃນ 9 ເດືອນຜ່ານມາ, ກຳລັງປະດິດຄິດສ້າງ ແລະ ຄວາມມີໄຫວພິບໃນການບໍລິຫານນະໂຍບາຍຂອງ ຫວຽດນາມ ໄດ້ເສີມຂະຫຍາຍຄຸນປະໂຫຍດບໍ່ຫຼາຍກໍ່ໜ້ອຍ. ຫວຽດນາມ ຍັງຢັ້ງຢືນບຸລິມະສິດຮັກສາເສດຖະກິດມະຫາພາກເປັນປົກກະຕິ. ນີ້ແມ່ນສິ່ງສຳຄັນທີ່ສຸດສຳລັບບັນດານັກລົງທຶນຕ່າງປະເທດ ແລະ ບັນດານັກລົງທຶນພາຍໃນປະເທດ. ເຂົາເຈົ້າພວມຕັ້ງໜ້າດ້ວຍການເຄື່ອນໄຫວລົງທຶນຂອງຕົນ. ຊ້ຳບໍ່ໜຳ, ການລົງທຶນພາກເອກະຊົນໄດ້ເພີ່ມຂຶ້ນ 17% ໃນໄລຍະຜ່ານມາ. ນັ້ນແມ່ນອັດຕາການເພີ່ມຂຶ້ນທີ່ສຸດໃນບັນດາພາກສ່ວນເສດຖະກິດ, ຊ້ຳບໍ່ໜຳ, ເພີ່ມຂຶ້ນໄວກ່ວາການລົງທຶນພາກລັດ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດໃນການສ້າງກາລະໂອກາດເມື່ອໄດ້ຮັບຄວາມເຊື່ອໝັ້ນ:

        “ສະພາບແວດລ້ອມມີສະຖຽນລະພາບແມ່ນປັດໄຈສຳຄັນທີ່ສຸດ ແລະ ບໍ່ອາດປະຕິເສດໄດ້ບົດບາດສຳຄັນຂອງທະນາຄານແຫ່ງລັດ ໃນການປະພຶດຢ່າງມີໄຫວພິບ ແລະ ມີປະສິດທິຜົນຕໍ່ບັນດາຄວາມກົດດັນກ່ຽວກັບອັດຕາແລກປ່ຽນ.

        ນັກຊ່ຽວຊານ ຫງວຽນຈີ໊ຮ໊ຽວ ຕີລາຄາວ່າ:

        “ລັດຖະບານໄດ້ບັນລຸຜົນສຳເລັດໃນການນຳພື້ນຖານເສດຖະກິດ ຫວຽດນາມ ພັດທະນາຢ່າງມີສະຖຽນລະພາບ. ທະນາຄານແຫ່ງລັດກໍ່ປະສົບຜົນສຳເລັດໃນການໜູນຊ່ວຍລັດຖະບານຄວບຄຸມໄພເງິນເຟີ້ຢູ່ໃນລະດັບຕ່ຳກ່ວາ 4% ແລະ ໜູນຊ່ວຍລັດຖະບານໃນທຸກໆນະໂຍບາຍເງິນຕາ, ນະໂຍບາຍສິນເຊື່ອ, ນະໂຍບາຍດອກເບ້ຍ, ນະໂຍບາຍອັດແລກປ່ຽນຕາເງິນຕາເພື່ອໃຫ້ພວກເຮົາມີລະດັບການເຕີບໂຕທີ່ປະທັບໃຈ.”

        3 ເດືອນຍັງເຫຼືອ ໄດ້ສວມບົດບາດສຳຄັນໃນຜົນງານຂອງທັງປີ 2018. ສິ່ງທ້າທາຍຈາກສະພາບແວດລ້ອມສາກົນ, ຈາກພາຍໃນຍັງມີຫຼາຍຢູ່. ສິ່ງດັ່ງກ່າວໄດ້ຮຽກຮ້ອງໃຫ້ ຫວຽດນາມ ຕ້ອງເປັນເຈົ້າການຮັບເອົາບັນດາກາລະໂອກາດ ແລະ ໝູນໃຊ້ບັນດາກາລະໂອກາດນັ້ນເພື່ອພັດທະນາ. ພ້ອມນັ້ນ, ບັນດາຜົນງານຂອງ 9 ເດືອນຜ່ານມາຈະຕໍ່ກຳລັງແຮງເພື່ອໃຫ້ ຫວຽດນາມ  ບັນລຸຜົນສຳເລັດ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ