ຜູ້ບັນຊາການທະຫານສູງສຸດກອງທັບໄທຢ້ຽມຢາມຫວຽດນາມ

ຜູ້ບັນຊາການທະຫານສູງສຸດກອງທັບໄທຢ້ຽມຢາມຫວຽດນາມ - ảnh 1
ພົນ​ໂທ ໂດ໋​ບາຕີ້ ແລະ  ພົນ​ເອກ  ວໍ​ຣະ​ພົງ ສະ​ຫງ່າ​ເນດ
ພາບ:QDND

 (vovworld)-​ ​ ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ພົນ​ໂທ ໂດ໋​ບາຕີ້, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ, ພົນ​ເອກ  ວໍ​ຣະ​ພົງ ສະ​ຫງ່າ​ເນດ, ຜູ້​ບັນ​ຊາ​ການ​ທະ​ຫານ​ສູງ​ສຸດກອງ​ທັບ​ໄທ ໄດ້​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 19-21/4. ຕອນ​ເຊົ້າ​ວັນ​ທີ 20/4, ຢູ່ ຮ່າ​ໂນ້ຍ, ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ພົນ​ໂຕ ໂດ໋​ບາ​ຕີ້ ໄດ້​ເຈ​ລະ​ຈາ​ກັບ ພົນ​ເອກ ວໍ​ຣະ​ພົງ ສະ​ຫງ່າ​ເນດ ກ່ຽວ​ກັບ​ສະ​ພາບ​ການ​ໂລກ, ພາກ​ພື້ນ, ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​, ຜົນ​ສະ​ທ້ອນ​ ການ​ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບຂອງ​ສອງ​ປະ​ເທດ ແລະ ພາກ​ພື້ນ ອາ​ຊຽນ. ສອງ​ຝ່າຍ​ສະ​ເຫນີ​ທິດ​ທາງ ແລະ ມາດ​ຕະ​ການ​ເພື່ອ​ຊຸກ​ຍູ້, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງກອງ​ທັບ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

 

 

 

 

ຂ່າວ/ບົດ​ອື່ນ