ຜູ້ບັນຊາການອາເມລິກາໃຫ້ຄຳໝັ້ນສັນຍາປົກປ້ອງຍີ່ປຸ່ນພາຍຫຼັງຢຸດຕິການຊ້ອມຮົບຮ່ວມກັບສ.ເກົາຫຼີ

(VOVWORLD) -ວັນທີ 21 ມິຖຸນາ, ຜູ້ບັນຊາການກອງບັນຊາການມະຫາສະມຸດອິນເດຍ - ປາຊີຟິກ ຂອງອາເມລິກາ (PACOM), ພົນເຮືອເອກ Philip Davidson ຢືນຢັນວ່າ, ວໍຊິງຕັນ ຍັງຮັກສາຄຳໝັ້ນສັນຍາປົກປ້ອງຍີ່ປຸ່ນ, ທີ່ປະກົດມີຄວາມວິຕົກກັງວົນປະສິດຕິພາບຄຳໝັ້ນສັນຍາອາເມລິກາ ຫຼຸດຜ່ອນລົງພາຍຫຼັງຕົກລົງຍົກເລີກການຊ້ອມຮົບຮ່ວມປະຈຳປີກັບສ.ເກົາຫຼີ.

ຜູ້ບັນຊາການອາເມລິກາໃຫ້ຄຳໝັ້ນສັນຍາປົກປ້ອງຍີ່ປຸ່ນພາຍຫຼັງຢຸດຕິການຊ້ອມຮົບຮ່ວມກັບສ.ເກົາຫຼີ - ảnh 1 ຜູ້ບັນຊາການອາເມລິກາໃຫ້ຄຳໝັ້ນສັນຍາປົກປ້ອງຍີ່ປຸ່ນພາຍຫຼັງຢຸດຕິການຊ້ອມຮົບຮ່ວມກັບສ.ເກົາຫຼີ

(ພາບ: Kyodo/TTXVN)

ກ່າວຄຳເຫັນກັບທ່ານລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນ Itsunori Onodera ໃນການພົບປະຢູ່ນະຄອນຫຼວງໂຕກຽວ, ພົນເຮືອເອກ Philip Davidson ຊີ້ແຈ້ງວ່າ “ສຳພັນທະມິດຂອງພວກເຮົາຍັງແມ່ນເສົາຄ້ຳຂອງສັນຕິພາບ ແລະ ຄວາມໝັ້ນຄົງຢູ່ທົ່ວເຂດມະຫາສະມຸດອິນເດຍ - ປາຊີຟິກ ແລະ ຂ້າພະເຈົ້າຍັງຮັກສາຄຳໝັ້ນສັນຍາກ່ຽວກັບການພົວພັນສຳພັນທະມິດ, ຕາມນັ້ນແລ້ວແມ່ນປົກປ້ອງຍີ່ປຸ່ນ”.

      ອຳນາດການປົກຄອງຍີ່ປຸ່ນ ມີຄວາມວິຕົກກັງວົນຕໍ່ເລື່ອງ ໃນອາທິດນີ້ ອາເມລິກາ ແລະ ສ.ເກົາຫຼີ ຖະແຫຼງຍົກເລີກການຊ້ອມຮົບຮ່ວມປະຈຳປີທີ່ມີຂອບຂະໜາດໃຫຍ່. ໂຕກຽວ ຖືວ່າ, ການກະທຳດັ່ງກ່າວອາດຈະເຮັດໃຫ້ກຳລັງແຮງນາບຂູ່ຂອງກອງທັບອາເມລິກາ ໃນພາກພື້ນອ່ອນແອລົງ, ໂດຍສະເພາະແມ່ນບັນຫານິວເຄຼຍ ຂອງສປປ.ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ຕາມຜູ້ບັນຊາການ PACOM ແລ້ວ, ອາເມລິກາ “ໃຫ້ຄຳໝັ້ນສັນຍາຢ່າງແນວແນ່ສຳລັບການປອດນິວເຄຼຍໃນແຫຼມເກົາຫຼີ ຢ່າງສີນເຊີງ, ອາດພິສູດໄດ້ ແລະ ບໍ່ອາດຕ່າວປີ້ນໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ