ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ເຈິ່ນ ກັວກ ເວື້ອງ ຢ້ຽມຢາມ ແຂວງວຽງຈັນ

(VOVWORLD) - ໃນຂອບເຂດການຢ້ຽມຢາມ ສປປ ລາວ, ວັນທີ 10 ຕຸລາ, ທ່ານ ເຈິ່ນ ກັວກ ເວື້ອງ ກຳມະການກົມການເມືອງ , ຜູ້ປະຈໍາການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ, ໄດ້ເດີນທາງໄປຢ້ຽມຢາມແຂວງ ວຽງຈັນ ຂອງ ລາວ.
ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ເຈິ່ນ ກັວກ ເວື້ອງ ຢ້ຽມຢາມ ແຂວງວຽງຈັນ - ảnh 1 ທ່ານ ເຈິ່ນ ກັວກ ເວື້ອງ ເຮັດວຽກກັບການນຳແຂວງ ວຽງຈັນ

ທ່ານ ເຈິ່ນ ກັວກ ເວື້ອງ ໄດ້ສະແດງຄວາມຂອບໃຈຕໍ່ການນຳ ແລະ ປະຊາຊົນ ແຂວງວຽງຈັນ ທີ່ໄດ້ໃຫ້ການຕ້ອນຮັບຄະນະຢ່າງອົບອຸ່ນ ເຕັມໄປດ້ວຍໄມຕີຈິດມິດຕະພາບຖານອ້າຍນ້ອງ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນ ແຂວງວຽງຈັນຈະປະຕິບັດບັນດາເປົ້າໝາຍ ຂອງມະຕິກອງປະຊຸມໃຫຍ່ຄັ້ງທີ  X ຂອງພັກປະຊາຊົນ ປະຕິວັດລາວ  ແລະ ມະຕິກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກແຂວງທີ່ໄດ້ວາງອອກໄດ້ຢ່າງມີໄຊ, ເພື່ອກໍ່ສ້າງແຂວງວຽງຈັນໃຫ້ນັບມື້ຮັ່ງມີເຂັ້ມແຂງ, ປະຊາຊົນນັບມື້ອີ່ມໜຳສຳລານ ແລະ ຜາສຸກ. ທ່ານ ເຈິ່ນ ກັວກ ເວື້ອງ ຕີລາຄາສູງ ຜົນການຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງ ແຂວງວຽງຈັນ ກັບບັນດາແຂວງ, ນະຄອນຂອງຫວຽດນາມ ໃນໄລຍະຜ່ານມາ ແລະ ຫວັງວ່າໃນໄຍລະທີ່ຈະມາເຖິງ, ແຂວງວຽງຈັນຈະສືບຕໍ່ເປີດກ້ວາງ ແລະ ຍົກສູງປະສິດທິຜົນການຮ່ວມມືໃນບັນດາຂົງເຂດຕ່າງໆ ກັບແຂວງ ຫ໋າຍເຢືອງ, ອຽນບ໊າຍ, ເງະອານ, ນະຄອຍ ຫ້າຍຟ່ອງ ແລະ ບັນດາແຂວງ, ນະຄອນອື່ນໆຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ