ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ

(VOVWORLD) -ຄະນະຜູ້ແທນຂັ້ນສູງຫວຽດນາມໂດຍທ່ານ ເຈີນກ໋ວກເວື້ອງ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມເປັນຫົວໜ້າຄະນະໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາວແຕ່ວັນທີ 8 ຫາວັນທີ 10 ຕຸລາຕາມຄຳເຊີນຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາສູນກາງພັກປະຊາຊົນປະຕິວັດລາວ, ຮອງປະທານປະເທດລາວ.
ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດຫວຽດນາມຢ້ຽມຢາມ ແລະ ເຮັດວຽກຢູ່ລາວ - ảnh 1ທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ຕ້ອນຮັບທ່ານ ເຈີນກ໋ວກເວື້ອງ ຜູ້ປະຈຳການຄະນະເລຂາສູນກາງພັກ

ຕອນບ່າຍ ວັນທີ 8 ສິງຫາ, ຢູ່ນະຄອນຫຼວງວຽງຈັນ, ທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງຫວຽດນາມ.

    ທ່ານ ເຈີນກ໋ວກເວື້ອງ ຢືນຢັນວ່າ ຫວຽດນາມຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວເພີ່ມພຸນຄູນສ້າງສາຍພົວພັນສາມັກຄີແບບພິເສດຫວຽດນາມ-ລາວ ແລະ ສືບທອດໃຫ້ຄົນລຸ່ນຫຼັງ.

ສ່ວນ ທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ບຸນຍັງ ວໍລະຈິດສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ປະຊາຊົນສືບຕໍ່ຍາດໄດ້ບັນດາຜົນງານໃໝ່ທີ່ຍິ່ງໃຫຍ່ກ່ວາເກົ່າໃນກິດຈະການປ່ຽນແປງໃໝ່, ສູ້ຊົນນຳຫວຽດນາມກາຍເປັນປະເທດອຸດສາຫະກຳຕາມທິດທັນສະໄໝ.

   ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງຫວຽດນາມໄດ້ມີການເຈລະຈາກັບ ຄະນະຜູ້ແທນຂັ້ນສູງລາວໂດຍທ່ານ ທ່ານ ພັນຄຳ ວິພາວັນເປັນຫົວໜ້າຄະນະ. ພາຍຫຼັງການເຈລະຈາ, ທັງ 2 ທ່ານໄດ້ເປັນສັກຂີພິຍານພິທີລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງກະຊວງກໍ່ສ້າງຫວຽດນາມ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງລາວ.

ຕອບກັບ

ຂ່າວ/ບົດ​ອື່ນ