ຜູ້ປະຈຳຄະນະເລຂາສູນກາງພັກ ເຈິ່ນກວກເວື້ອງ ເຮັດວຽກກັບອົງການກວດສອບແຫ່ງລັດ

(VOVWORLD) - ຕອນເຊົ້າວັນທີ 18 ກໍລະກົດ ທີ່ຮ່າໂນ້ຍ, ທ່ານ ເຈິ່ນກວກເວື້ອງ ຜູ້ປະຈຳຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບອົງການກວດສອບແຫ່ງລັດ. 
ຜູ້ປະຈຳຄະນະເລຂາສູນກາງພັກ ເຈິ່ນກວກເວື້ອງ ເຮັດວຽກກັບອົງການກວດສອບແຫ່ງລັດ - ảnh 1 (ພາບປະກອບ)

ກ່າວຄຳເຫັນທີ່ການເຮັດວຽກ, ທ່ານ ເຈິ່ນກວກເວື້ອງ ໄດ້ຮັບຮູ້ ແລະ ຕີລາຄາສູງໝາກຜົນແຫ່ງການເຄື່ອນໄຫວຂອງອົງການກວດສອບແຫ່ງລັດໃນໄລຍະຜ່ານມາ. ການເຄື່ອນໄຫວຂອງອົງການກວດສອບແຫ່ງລັດຍາມໃດກໍ່ຕິດຕາມການຊີ້ນຳ, ນຳພາຂອງພັກ, ກົດໝາຍຂອງລັດ, ປະກອບສ່ວນເຂົ້າໃນການຕໍ່ສູ້ຕ້ານການສໍ້ລາດບັງຫລວງ, ການຟຸມເຟື້ອຍຢ່າງມີປະສິດທິຜົນ. ຂະແໜງກວດສອບຍາມໃດກໍ່ປ່ຽນແປງໃໝ່ການເຄື່ອນໄຫວ, ຄ່ອຍໆສຳຜັດກັບມາດຖານການເຄື່ອນໄຫວກວດສອບສາກົນ.

        ທ່ານ ເຈິ່ນກວກເວື້ອງ ກໍ່ຕັກເຕືອນວ່າ ໃນໄລຍະຈະມາເຖິງ ຂະແໜງກວດສອບຄວນເປັນເຈົ້າການໃນການຕໍ່ສູ້ປ້ອງກັນຕ້ານການສໍ້ລາດບັງຫຼວງຫລາຍກ່ວາອີກ, ຮັບໃຊ້ການເຄື່ອນໄຫວຄຸ້ມຄອງບໍລິຫານພື້ນຖານເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ