ຜູ້ມີສິດເລືອກຕັ້ງຕີລາຄາສູງການຕອບຄຳຊັກຖາມຂອງທ່ານນາຍົກລັດຖະມົນຕີ

(VOVWORLD) -ຜູ້ມີສິດເລືອກຕັ້ງຖືວ່າ ບັນດາຄຳຕອບຂອງທ່ານນາຍົກລັດຖະມົນຕີຈາກສັງລວມຕະຫຼອດຮອດລາຍລະອຽດ ແມ່ນຈະແຈ້ງທີ່ສຸດ
 ຜູ້ມີສິດເລືອກຕັ້ງຕີລາຄາສູງການຕອບຄຳຊັກຖາມຂອງທ່ານນາຍົກລັດຖະມົນຕີ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຕອບຄຳຊັກຖາມທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມຊຸດທີ 14 

ໂດຍໄດ້ຕິດຕາມວາລະຊັກຖາມ ແລະ ຕອບຄຳຊັກຖາມຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກທີ່ກອງປະຊຸມສະໄໝສາມັນເທື່ອທີ 4 ສະພາແຫ່ງຊາດຫວຽດນາມຊຸດທີ 14, ຜູ້ມີສິດເລືອກຕັ້ງ ຫງວຽນກວາງທ້າຍ ຢູ່ເມືອງ ດົງດາ , ຮ່າໂນ້ຍ ຖືວ່າ :

    “ ຄຳຕອບຂອງທ່ານນາຍົກລັດຖະມົນຕີແມ່ນຊື່ຕົງ, ກົງໄປກົງມາ. ຕົວຢ່າງຄື ບັນດາບັນຫາທີ່ມີລັກສະນະເສດຖະກິດລວມເຊັ່ນ ລັດຖະບານສ້າງສາ, ຕົວເມືອງສະຫຼາດ, ບັນດາບັນຫາໃໝ່. ພ້ອມກັນນັ້ນ ກໍມີຄຳຖາມລະອຽດກ່ຽວກັບເສັ້ນທາງດ່ວນ. ທ່ານຍັງສະເໜີໃຫ້ເລືອກເອົານັກລົງທຶນທີ່ດີ. ຂ້າພະເຈົ້າຖືວ່າ ບັນດາຄຳຕອບຂອງທ່ານນາຍົກລັດຖະມົນຕີຈາກສັງລວມຕະຫຼອດຮອດລາຍລະອຽດ ແມ່ນຈະແຈ້ງທີ່ສຸດ ”

    ສະແດງຄວາມເຫັນດີເຫັນພ້ອມກັບທັດສະນະ “ ລັດຖະບານກະທຳ ຄຳເວົ້າຕ້ອງໄປຄຽງຄູ່ກັບການກະທຳ ” ຜູ້ມີສິດເລືອກຕັ້ງ ຟານທິຊວນ ຢູ່ນະຄອຍຫ້າລອງ, ແຂວງກວາງນິງ ເວົ້າວ່າ : 

     “ ຂ້າພະເຈົ້າເຫັນດີຕໍ່ທັດສະນະຂອງທ່ານນາຍົກລັດຖະມົນຕີຄື ເດັດດ່ຽວເລືອກເຟັ້ນ, ທົດແທນບັນດາຜູ້ທີ່ອ່ອນດ້ອຍທາງດ້ານຄວາມສາມາດ ແລະ ຄຸນທາດຄຸນສົມບັດ. ຂ້າພະເຈົ້າຫວັງວ່າ ລັດຖະບານເດັດດ່ຽວປະຕິບັດບັນດາວຽກງານເຊັ່ນນີ້ເພື່ອໃຫ້ປະເທດຊາດນັບມື້ນັບພັດທະນາ ”

ຕອບກັບ

ຂ່າວ/ບົດ​ອື່ນ