ຜູ້ມີສິດເລືອກຕັ້ງທົ່ວປະເທດເຊື່ອໝັ້ນຕໍ່ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ

(VOVWORLD) - ຄວາມເຊື່ອໝັ້ນຕໍ່ການເຄື່ອນໄຫວຂອງບັນດາສະມາຊິກສະພາແຫ່ງຊາດ ແມ່ນແນວຄິດຈິດໃຈຂອງຜູ້ມີສິດເລືອກຕັ້ງຫຼາຍຄົນທີ່ມີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາແຫ່ງຊາດຊຸດທີ 14. 

ເພາະວ່າກອງປະຊຸມນີ້ດຳເນີນໄປພາຍຫຼັງກອງປະຊຸມສູນກາງຄັ້ງທີ 6 ຫາກໍ່ສິ້ນສຸດລົງ ດ້ວຍການປືກສາຫາລືຫຼາຍບັນຫາທີ່ສຳຄັນ ສຳລັບການພັດທະນາເສດຖະກິດ, ສັງຄົມຂອງປະເທດ.

ຜູ້ມີສິດເລືອກຕັ້ງທົ່ວປະເທດເຊື່ອໝັ້ນຕໍ່ການເຄື່ອນໄຫວຂອງສະມາຊິກສະພາແຫ່ງຊາດ - ảnh 1 ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສະພາແຫ່ງຊາດຊຸດທີ 14 ໄຂຂຶ້ນໃນຕອນເຊົ້າວັນທີ 23/10

ທີ່ກອງປະຊຸມນີ້, ສະພາແຫ່ງຊາດຈະພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 6 ສະບັບ, ຮ່າງມະຕິ 12 ສະບັບ ແລະ ປະກອບຄຳເຫັນໃຫ້ຮ່າງກົດໝາຍ 9 ສະບັບ. ຜູ້ມີສິດເລືອກຕັ້ງ ຕີລາຄາສູງສະພາແຫ່ງຊາດຄັ້ງນີ້ປັບປຸງກົດໝາຍວ່າດ້ວຍການປ້ອງກັນ ແລະ ຕ້ານການສໍ້ລາດບັງຫລວງ; ໃນນັ້ນເນັ້ນໜັກເປັນພິເສດ ເຖິງບົດບາດຂອງຜູູ້ນຳໃນການປະຕິບັດວຽກງານປ້ອງກັນ, ຕ້ານການສໍ້ລາດບັງຫລວງ, ຄວາມຫຍໍ້ທໍ້. ທ່ານ ໂດຢູຍເທື່ອງ, ຢູ່ຮ່າໂນ້ຍ, ຖືວ່າ:

        “ລາຍງານຫວ່າງແລ້ວນີ້, ໃນຈຳນວນຜູ້ໄລ່ລຽງໜື່ງລ້ານກວ່າຄົນ ພຽງແຕ່ພົບເຫັນບາງກໍລະນີໄລ່ລຽງບໍ່ຖືກຕ້ອງເທົ່ານັ້ນ. ຍ້ອນການໄລ່ລຽງຕາມເງິນເດືອນແມ່ນບໍ່ມີບັນຫາຫຍັງ, ບັນຫານອກເງິນເດືອນແມ່ນບັນຫາສຳຄັນ. ປະຊາຊົນເອົາໃຈໃສ່ທີສຸດເຖີງການໄລ່ລຽງຊັບສົມບັດ ຍ້ອນ ບັນຫາຄວບຄຸມລາຍຮັບຍັງບໍ່ທັນມີມາດຕະການເພື່ອຕ້ານການສໍ້ລາດບັງຫລວງຢ່າງມີປະສິດທິຜົນ.”

        ສຳລັບວຽກງານພະນັກງານ, ຜູ້ມີສິກເລືອກຕັ້ງຫຼາຍຄົນ ຢືນຢັນວ່າ ໃນພິດຕິກຳຕົວຈິງຍັງມີບັນດາສິ່ທີ່ຍັງຄົງຄ້າງ, ອ່ອນດ້ອຍຫຼາຍຢ່າງທີ່ເຮັດໃຫ້ຫາງສຽງບໍ່ພໍໃຈ, ເປັນຕົ້ນແມ່ນເລື່ອງຊັບຊ້ອນພະນັກງານ. ທ່ານ ເລແທ່ນຕູ່ງ, ຢູ່ນະຄອນ ໂຮຈີ໋ມີນ ໃຫ້ຮູ້ວ່າ:

          “ກ່ຽວກັບເລື່ອງເຮັດໃຫ້ກົງຈັກລົງ, ຂ້າພະເຈົ້າສະເໜີຜູ້ນຳຂະແໜງ, ກະຊວງ, ແຂວງ, ນະຄອນ, ເມືອງ, ຕາແສງ, ບ້ານ...ຕ້ອງເປັນແບບຢ່າງນຳໜ້າ, ຖ້າບ່ອນໃດເຮັດບໍ່ໄດ້ເຂົາເຈົ້າຈະຕ້ອງຮັບຜິດຊອບຕໍ່ປະຊາຊົນ.”

     ຜູ້ມີສິດເລືອກຕັ້ງ ປາດຖະໜາວ່າ ສະມາຊິກສະພາແຫ່ງຊາດ ສືບຕໍ່ຍົກສູງສະຕິ, ຄວາມຮັບຜິດຊອບ, ຄຸນນະທາດ ແລະ ຄວາມສາມາດຂອງຕົນ, ຕັ້ງໜ້າເຂົ້າຮ່ວມການປະກອບຄຳເຫັນ, ປະກອບສ່ວນແກ້ໄຂບັນດາບັນຫາສຳຄັນຂອງປະເທດຊາດ.          

ຕອບກັບ

ຂ່າວ/ບົດ​ອື່ນ